ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ຈີນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສຳ​ພາດ​ຂ່າວກອງ​ປ​ະ​ຊຸມ​ສອງ​ສະ​ພາ​ປີນີ້
2018-02-02 16:37:50  cri 
    ກອງ​ປະ​ຊຸມ​ສະ​ພາປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 13 ​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 5 ມີ​ນາ ແລະ​ ກອງ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 ຊຸດ​ທີ 13 ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ມີນ​າ​ປີນີ້. ​ດັ່ງ​ນັ້ນ, ຫ້ອງ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ​ຫ້ອງ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ຈຶ່ງໄດ້​ປະ​ກາດ​ໃນ​ວັນ​ທີ 1 ກຸ່ມ​ພານີ້​ວ່າ, ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ຈະ​ມາ​ຮ່ວມ​ເກັບ​ກຳ​ຂ່າວ​ແລະ​ຂໍ​ສຳ​ພາດ​​ຜູ້​ແທນ​ທີ່​ຮ່ວມ​ປະ​ຊຸມ.

    ກອງ​ປະ​ຊຸມ​ສອງ​ສະ​ພາ​ດັ່ງ​ກ່າວ ຈະ​ສ້າງ​ຕັ້ງ​ສູນ​ຖະ​ແຫຼງ​ຂ່າວ​ຢູ່​ໂຮງ​ແຮມ​ມີ​ເດຍ​ທີ່​ຕັ້ງ​ຢູ່​ເລກ​ທີ ຂ-11 ຖະ​ໜົນ​ຟູ​ຊິ່ງ​ນະ​ຄອນຫຼວງ​ປັກ​ກິ່ງ ເພື່ອ ​ຕ້ອນ​ຮັບ​ແລະ​ຈັດ​ວາງ​ນັກ​ຂ່າວ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ມາ​ເກັ​ບ​ກຳຂ່າວ ແລະ​ສູນ​​ດັ່ງ​ກ່າວ​ຈະ​ເລີ່ມ​ດຳ​ເນີນ​ງານ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 27 ກຸມ​ພານີ້.

    ນັກ​ຂ່າວ​ທີ່​ຕ້ອງ​ການ​ສຳ​ພາດ​ຂ່າວກອງ​ປະ​ຊຸມ​ສອງ​ສະ​ພາ​ນັ້ນ ຕ້ອງ​ໄດ້​ສະ​ເໜີ​ຄຳ​ຮ້ອງ​ຂໍ, ໃນ​ນັ້ນ, ນັກ​ຂ່າວ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ ຕ້ອງ​ຮ້ອງ​ຂໍ​ຕໍ່​ສູນ​ຖະ​ແຫຼງ​ຂ່າວ, ນັກ​ຂ່າວ​ຕ່າງ​ປະ​ເທດ​ທີ່​ມາ​ຈີນ​ຊົ່ວ​ຄາວ ຕ້ອງ​ໄດ້​ສະ​ເໜີ​ຄຳ​ຮ້ອງ​ຂໍ​ຕໍ່​ສະ​ຖານ​ທູດ, ສະ​ຖານ​ກົງ​ສຸນ ຫຼື​ອົງ​ການ​ອອກວິ​ຊາ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນມອບ​ສິດ​ປ​ະ​ຈຳ​ປ​ະ​ເທດ​ຕົນ, ການ​ສະ​ເໜີ​ຄຳ​ຮ້ອງ​ຂໍ​ຈະ​ໝົດ​ກຳ​ນົດ​ໃນ​ວັນ​ທີ 25 ກຸມ​ພານີ້.

    ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ແກ່​ນັກ​ຂ່າວ, ເວັບ​ໄຊ​ຂອງ​ສູນ​ຖະ​ແຫຼງ​ຂ່າວ​ສອງກອງ​ປະ​ຊຸມ ຈະ​ພົ​ສ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ຢ່າງ​ທັນ​ການ.

    ທີ່​ຢູ່​ເວັບ​ໄຊ​ຂອງ​ສູນ​ຖະ​ແຫຼງ​​ຂ່າວກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 13 ຄື: http://www.npc.gov.cn/pc/13_1

    ທີ່​ຢູ່​ເວັບ​ໄຊ​ຂອງ​ສູນ​ຖະ​ແຫຼງ​​ຂ່າວກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 13 ຄື: http://www.cppcc.gov.cn
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ