ຮູບ​ຖ່າຍຫຼາຍ​ແສນ​ແຜ່ນ​ບັນ​ທຶກ​ການ​ປ່ຽນ​ແປງ​ທາງ​ລົດ​ໄຟ
2018-02-02 16:49:38  cri 



      ມື້ນີ້​ແມ່ນມື້​ທຳ​ອິດ​ຂອງ​ໄລ​ຍະ​ຂົນ​ສົ່ງ​ທາງ​ລົດ​ໄຟ​ບຸນ​ກຸດ​ຈີນ​ປີ 2018. ໃນ 40 ມື້​ຕໍ່​ໜ້ານີ້, ໃນ​ທົ່ວ​ປະ​ເທດ ຄາດ​ວ່າ​ຈະ​ມີ​ຜູ້​ໂດຍ​ສານເກືອບ 3 ຕື້​ເທື່ອ​ຄົນ​ເປ້​ກະ​ເປົ໋າ, ລາກ​ຫີບ​ເພື່ອ​ເມືອ​ບ້ານ​ເກີດຫຼິ້ນ​ບຸນ ຫຼື​ໄປ​ທ່ອງ​ທ່ຽວ​ພາຍ​ນອກ. ຜູ້​ໂດຍ​ສານ​ທີ່​ມີ​ຖາ​ນະ​ຕ່າງ​ກັນ ແລະ​ມີ​ເປົ້າ​ໝາຍ​ຕ່າງ​ກັນ​ນັ້ນ ຈະ​ຂີ່​ລົດ​ໄຟ​ຂະ​ບວນ​ດຽວ​ກັນ, ​ປະ​ກອບ​ເປັນ "ສັງ​ຄົມ​ເຄື່ອນ​ທີ່" ແລະ​ມີ​ເລື່ອງ​ຕ່າງໆ​ນາ​ນາ.

     ທ່ານ ວາງຟູ​ຊຸ່ນ ເປັນຊ່າງ​ຖ່າຍ​ຮູບ, ລາວ​​ມັກ​ນຳ​ໃຊ້​ກ້ອງ​ຖ່າຍ​ຮູບ​ໃນ​ມື ເພື່ອ​ບັນ​ທຶກ​ກິ​ລິ​ຍາ​ທ່າ​ທາງ​ຕ່າງໆ​ບົນ​ເສັ້ນ​ທາງ​ເຫຼົ່າ​ນີ້. ໃນ 40 ປີ​ຜ່ານ​ມາ, ລາວ​ໄດ້​ຂີ່​ລົດ​ໄຟ​ໄປ​ທົ່ວ​ປະ​ເທດ, ໄດ້​ຖ່າຍ​ຮູບ​ເພື່ອ​ບັນ​ທຶກ​ການ​ປ່ຽນ​ແປງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ບົນ​ລົດ​ໄຟ​ແຫ່ງ​ຍຸກ​ສະ​ໄໝ​ ຄື​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກຂະ​ບວນນີ້ດ້ວຍ​ແສງ​ແລະ​ເງົາ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ