ທ່ານສີຈິ້ນຜິງແລະປະທານາທິບໍດີອີຕາລີສົ່ງໂທລະເລກຕໍ່ກັນເພື່ອອວຍພອນການສົ່ງດາວທຽມຈີນ-ອີຕາລີຂຶ້ນສູ່ອະວະກາດຢ່າງສຳເລັດຜົນ
2018-02-03 17:05:42  cri 

ວັນທີ 2 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານເຊີກິໂອ ມັດຕາເຣລາ ປະທານາທິບໍດີອີຕາລີໄດ້ສົ່ງໂທລະເລກເຊິ່ງກັນແລະກັນ ເພື່ອສະແດງຄວາມຊົມເຊີຍຕໍ່ການສົ່ງດາວທຽມທົດລອງຕິດຕາມກວດກາແມ່ເຫຼັກໄຟຟ້າທີ່ສອງປະເທດຮ່ວມມືຄົ້ນຄ້ວາ ຜະລິດນັ້ນຂຶ້ນສູ່ອະວະກາດຢ່າງສຳເລັດຜົນ.

ທ່ານສີຈິ້ນຜິງກ່າວໃນໂທລະເລກວ່າ, ຜົນສຳເລັດທີ່ສຳຄັນແລະຍິ່ງໃຫຍ່ໃນການຮ່ວມມືລະຫວ່າງຈີນແລະອີຕາລີໃນໂຄງການດາວທຽມທົດລອງຕິດຕາມກວດກາແມ່ເຫຼັກໄຟຟ້າ ໄດ້ສະແດງໃຫ້ເຫັນເຖິງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຈະຍົກສູງ ຄວາມສາມາດແລະລະດັບຂອງສອງປະເທດໃນການຕິດຕາມກວດກາສະພາບແວດລ້ອມແມ່ເຫຼັກໄຟຟ້າຂອງໜ່ວຍໂລກດ້ວຍເຕັກໂນໂລຊີການບິນອະວະກາດ, ເສີມຂະຫຍາຍບົດບາດສຳຄັນໃນການເຕືອນໄພແຜ່ນດິນໄຫວ, ການຕ້ານໄພຫຼຸດໄພ ແລະ ອຳນວຍການບໍລິການ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງສອງປະເທດ. ຈີນເອົາໃຈໃສ່ການພົວພັນລະຫວ່າງຈີນກັບອີຕາລີໃນລະດັບສູງ, ຍິນດີພະຍາຍາມຮ່ວມກັບອີຕາລີ, ເພີ່ມທະວີການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະ ສາດຮ້ອບດ້ານລະຫວ່າງສອງປະເທດໃຫ້ຂະຫຍາຍເຂົ້າສູ່ລວງເລິກ ເພື່ອສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ສອງປະເທດແລະປະຊາຊົນສອງຊາດ.

ທ່ານມັດຕາເຣລາກ່າວໃນໂທລະເລກວ່າ, ການສົ່ງດາວທຽມທົດລອງການຕິດຕາມກວດກາແມ່ເຫຼັກໄຟຟ້າຂຶ້ນສູ່ອະວະກາດຢ່າງສຳເລັດຜົນແມ່ນຜົນສຳເລັດການຮ່ວມມືທີ່ສຳຄັນລະຫວ່າງສອງປະເທດ ເຊິ່ງໄດ້ສະແດງໃຫ້ເຫັນການພົວພັນຄູ່ຮ່ວມທີ່ໜັກແໜ້ນລະຫວ່າງສອງຝ່າຍ ໃນຂົງເຂດຄົ້ນຄ້ວາວິທະຍາສາດ. ອີຕາລີຍິນດີພະຍາຍາມຮ່ວມກັບຈີນ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆໃຫ້ມີຜົນສຳເລັດຫຼາຍກວ່າເກົ່າ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ