ເທດສະການອາຫານຈີນຄັ້ງປະຖົມມະເລີດຈັດຂຶ້ນຢູ່ຢາງກຸ້ງຂອງມຽນມາ
2018-02-03 17:12:19  cri 

ພິທີເປີດເທດສະການອາຫານຈີນຄັ້ງປະຖົມມະເລີດໄດ້ຈັດຂຶ້ນຢູ່ໂຮງແຮມພັກໂຣຢານະຄອນຢາງກຸ້ງຂອງມຽນມມາໃນວັນທີ 2 ກຸມພານີ້.

ທ່ານອູເຊັນວິນອອງ ປະທານສະມາຄົມມິດຕະພາບມຽນມາຈີນທີ່ເຂົ້າຮ່ວມພິທີເປີດເທດສະການກ່າວວ່າ, ມິດຕະພາບມຽນມາ-ຈີນໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນຂົງເຂດຕ່າງໆຂອງສອງປະເທດ, "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ສະເໜີໂດຍປະເທດຈີນແມ່ນຂໍ້ລິເລີ່ມທີ່ສາມາດເຮັດໃຫ້ປະເທດຕ່າງໆທີ່ຢູ່ລຽບຕາມມີການພັດທະນາຮ່ວມກັນ, ມຽນມາກໍ່ມີການຕອບສະໜອງຢ່າງຕັ້ງໜ້າ. ເທດສະການຄັ້ງນີ້ແມ່ນແບບຢ່າງທີ່ດີດ້ານການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. ທ່ານຮູ້ສຶກດີໃຈຫຼາຍທີ່ສະມາຄົມມຽນມາ-ຈີນສາມາດມີສ່ວນຮ່ວມແລະເສີມຂະຫຍາຍບົດບາດອັນຕັ້ງໜ້າຕໍ່ເລື່ອງນີ້, ແລະສະແດງຄວາມຂອບໃຈຕໍ່ອົງການທີ່ກ່ຽວຂ້ອງຂອງສອງປະເທດແລະບຸກຄົນທີ່ຊຸກຍູ້ໃຫ້ເທດສະການດັ່ງກ່າວໄດ້ຮັບການຈັດຂຶ້ນດ້ວຍຜົນສຳເລັດອັນຈົບງາມ.

ເທດສະການອາຫານຈີນທີ່ເຂົ້າສູ່ມຽນມາໄດ້ນຳເອົາອາຫານພື້ນເມືອງຈີນແລະວັດທະນະທຳອາຫານຈີນໄປໃຫ້ປະຊາຊົນມຽນມາແລະຄົນຕ່າງປະເທດທີ່ຢູ່ມຽນມາ, ຜູ້ຮ່ວມກິດຈະກຳຄັ້ງນີ້ກ່າວວ່າ, ກິດຈະກຳເທື່ອນີ້ບໍ່ພຽງແຕ່ໄດ້ເຮັດໃຫ້ປະຊາຊົນມຽນມາມີໂອກາດໄດ້ຊິມລົດຊາດຂອງອາຫານຈີນເທົ່ານັ້ນ, ຍັງໄດ້ສ້າງຂົວໃໝ່ໃຫ້ແກ່ການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນກັບມຽນມາອີກດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ