ໂຄງ​ການ​ຊ່ວຍ​ເຫຼືອເຂດ​ຊົນ​ເຜົ່າ​ແລະ​ແຂວງ​ບາ​ໂລ​ຊີສ​ຕັນຂອງ​ປາ​ກີ​ສະ​ຖານຈາກກອງ​ທຶນ​ການ​ຮ່ວມ​ມື​ໃຕ້ໆ​ຂອງ​ຈີນ​​ໄດ້​ຮັບ​ການ​ປະ​ຕິ​ບັດ​
2018-02-03 17:25:20  cri 

ຕາມ​ຂ່າວCRI: ໂຄງ​ການ​​ທີ 2 ທີ່​ປະ​ຕິ​ບັດຢູ່​ປາ​ກີ​ສະ​ຖານ​ໂດຍ​ນຳ​ໃຊ້ກອງ​ທຶນ​ຊ່ວຍ​ເຫຼືອ​ການ​ຮ່ວມ​ມື​ໃຕ້ໆ​ຈີນ, ຄື:ໂຄງ​ການ​ຊ່ວຍ​ເຫຼືອ​ເຂດ​ຊົນ​ເຜົ່າ​ສະ​ຫະ​ພັນ​ແລະ​ແຂວງ​ບາ​ໂລ​ຊິ​ສ​ຕັນໄດ້​ຈັດ​ພິ​ທີ​ລົງ​ມື​ປະ​ຕິ​ບັດຢູ່​ນະ​ຄອນຫຼວງ​ອິ​ສ​ລາມາບັດ​ຂອງ​ປາ​ກີ​ສະ​ຖານໃນ​ວັນ​ທີ 2 ກຸມ​ພາ​ນີ້.


ໂຄງ​ການ​ນີ້​ແມ່ນ​ກະ​ຊວງ​ການ​ຄ້າ​ຈີນ​ສະ​ໜອງ 4 ລ້ານ​ໂດ​ລາ​ໃຫ້​ແກ່​ກົມ​ແຜນ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ດ້ວຍກອງ​ທຶນ​ຊ່ວຍ​ເຫຼືອ​ການ​ຮ່ວມ​ມື​ໃຕ້ໆ, ສະ​ໜັບ​ສະ​ໜູນ​ຕໍ່​ວຽກ​ງານ​ການ​ຈັດ​ວາງ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ 8100 ຄອບ​ຄົວ​ຢູ່​ເຂດ​ຊົນ​ເຜົ່າ​ສະ​ຫະ​ພັນ​ຂອງ​ປາ​ກີ​ສະ​ຖານ​ຖາຍ​ຫຼັງ​ໄດ້​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ. ນອກ​ນີ້, ໂຄງ​ການ​ນີ້​ຍັງ​ໄດ້​ສະ​ໜອງ​ສິ່ງ​ກໍ່​ສ້າງ​ຂອງ​ຫ້ອງ​ຮຽນ, ເຄື່ອງ​ໃຊ້​ຂອງ​ອາ​ຈານ​ແລະ​ນັກ​ຮຽນ​ຂອງ ໂຮງ​ຮຽນ 375 ແຫ່ງ​ຢູ່​ແຂວງ​ບາ​ໂລ​ຊີ​ຕານ​ຂອງ​ປາ​ກີ​ສະ​ຖານ, ຄາດ​ວ່າ​ຈະ​ມີ​ການ​ຊ່ວຍ​ເຫຼືອ​ຕໍ່​ນັກ​ຮຽນ 1 ໝື່ນ 9 ພັນ​ກວ່າ​ຄົນ. ປັດ​ຈຸ​ບັນ​ນີ້, ໂຄງ​ການ​ນີ້​ໄດ້​ສຳ​ເລັດ​ວຽກ​ງານ​ການ​ກະ​ກຽມ​ດ້າ​ນ​ການ​ປະ​ຕິ​ບັດ, ຄາດ​ວ່າ​ໃນ​ເດືອນ​ເມ​ສາ​ໜ້າ​ນີ້​ຈະ​ສຳ​ເລັດ​ການ​ຈັດ​ຊື້​ແລະ​ການ​ແປ່​ງ​ບັນ​ຂອງວັດ​ຖຸ​ການ​ຊ່ວຍ​ເຫຼືອ​ທັງ​ໝົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ