ອົງການ​ປົດ​ປ່ອຍ​ປາ​ເລັ​ສ​ຕິນ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຕັດ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ອິ​ສ​ຣາ​ແອນ​ຢ່າງ​ຮອບ​ດ້ານ
2018-02-04 14:25:37  cri 
ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ເລັ​ສ​ຕິນ​ໄດ້​ຕັດ​ສິນ​ໃນ​ຄືນ​ວັນ​ທີ 3 ກຸມ​ພາ​ນີ້​ວ່າ: ​ຈະຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ອົງ​ການ​ຕົນ​ໃນ​ການ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ປາ​ເລັ​ສ​ຕິນ​ຕັດ​ການ​ຕິດຕໍ່​ພົວ​ພັນ​ກັບ​ອິ​ສ​ຣາ​ແອນ​ຢ່າງ​ຮອບ​ດ້ານ.

​ຄືນ​ວັນ​ທີ 3 ກຸມ​ພາ​ນີ້, ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ເລັ​ສ​ຕິນ​ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ເມືອງ​ຣາ​ມາ​ລາ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ມາ​ເມັດ ອັບ​ບັ​ສ ປະ​ທາ​ນາ​ທິ​ບໍ​ດີ​ປາ​ເລັ​ສ​ຕິນ ແລະ​ໄດ້​ອອກ​ຖະ​ແຫຼງ​ຂ່າວຫຼັງ​ກອງ​ປະ​ຊຸມ​ວ່າ: ຄະ​ນະ​ບໍ​ລິ​ຫານ​ງານຕົກ​ລົງສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຂັ້ນ​ສູງ​ເພື່ອ​ຕິດ​ຕາມ​ແລະ​ເລັ່ງ​ໃຫ້​ລັດ​ຖະ​ບານຕັດ​ສາຍ​ພົວ​ພັນ​ກັບ​ອິ​ສ​ຣາ​ແອນ​ໃນ​ດ້ານ​ການ​ເມືອງ,ການ​ບໍ​ລິ​ຫານ,ເສດ​ຖະ​ກິດ​ແລະຄວາມ​ໝັ້ນ​ຄົງ​ຢ່າງ​ຮອບ​ດ້ານ​ແລະ​ທັນ​ທີ​ຈົ​ນກວ່າ​ອິ​ສ​ຮາ​ແອນ​ຮັບ​ຮອງ​ປະ​ເທດ​ປາ​ເລັ​ສ​ຕິນ​ບົນ​ພື້ນ​ຖານ​ເສັ້ນ​ຊາຍແດນ​ທີ່​ຂີດ​ໄວ້​ເມື່ອ​ປີ 1967 ແລະ​ປະ​ລະ​ແຜນ​ການ​ຍຶດ​ເອົາ​ເຢ​ຣູ​ຊາ​ແລັມ​ຕາ​ເວັນ​ອອກ ແລະ​ຢຸດ​ຕິ​ການ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຊັອກ​ດາ​ນີ.

ຖະ​ແຫຼງ​ການ​ເນັ້ນ​ວ່າ: ສິດ​ທິ​ປະ​ຊາ​ຊົນ​ກໍ​ຄື​ຜົນ​ປະ​ໂຫຍດ​ປະ​ເທດ​ປາ​ເລັ​ສ​ຕິນ​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ລ່ວງ​ລ້ຳ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ບໍ່​ຄວ​ນາ​ຕໍ່​ລອງຫຼື​ນາບ​ຂູ່​ປາ​ເລັ​ສ​ຕິນ​ໃນ​ບັນ​ຫາ​ນີ້ ແລະຄວນ​ຢຸດ​ຕິ​ການ​ເຂົ້າ​ຂ້າງ​ອິ​ສ​ຮາ​ແອນ​ຢ່າງຫຼັບ​ຫູ​ຫຼັບ​ຕາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ