ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ລາວ​-ຈີນ​​ໃນ​ຂອ​ບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ຄັ້ງ​ປະ​ຖົມ​ມະ​ເລີກ​ສົ່ງ​ເສີມ​ການ​ຮ່ວມ​ມື​ຕົວ​ຈິງ​
2018-02-04 14:46:03  cri 
​ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມືລາວ-ຈີນໃນ​ຂອບ" ​ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນ​ທາງ" ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນແຫ່ງ ສ​ປ​ປ ລາວ​ໄດ້​ອັດ​ລົງ​ໃນ​ວັນ​ທີ 3 ກຸມ​ພາ​ນີ້​ໂດຍ​ວິ​ສາ​ຫະ​ກິດ​ແລະອົງ​ການ​ຈັດ​ຕັ້ງຂອງ​ຈີນ​ແລະ​ລາວ​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ແລະ​ບັນ​ລຸ​ຜົນ​ສຳ​ເລັດຫຼາຍ​ຢ່າງ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງວິ​ສາ​ຫະ​ກິດ​ແລະ​ນັກ​ລົງ​ທຶນ​ຂອງ​ສອງ​ປະ​ເທດ.

ກອງ​ປະ​ຊຸມ​ໄດ້​ປິ່ນ​ອ້ອມ​ການຜັນ​ຂະ​ຫຍາຍຍຸດທະສາດຫັນປະເທດທີ່ບໍ່ມີ​ທາງ​ອອກ​ສູ່ທະເລໃຫ້ກາຍເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນແລະສາກົນຂອງສປປລາວ ແລະ ຂໍ້ລິເ​ລີ່ມ" ໜຶ່ງແລວທາງໜຶ່ງເສັ້ນທາງ"ຂອງ ສປຈີນ ​ໂດຍມີ​ການ​ສົນ​ທະ​ນາເປັນ​ເວ​ທີ​ຍ່ອຍ​ເຊັ່ນ "ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​​ທະ​ນາ​ຄານ", ຮ່ວມ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ລາວ, "​ຂໍ້​ມູນ​ຂ່າວ​ສານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ຮັບ​ໃຊ້​ການ​ຮ່ວມ​ມື​ຈີນ-ລາວພາຍ​ໃຕ້​ແນວ​ຄວາມ​ຄິດໜຶ່ງ​ແລວ​ທາງໜຶ່ງ​ເສັ້ນ​ທາງ". "ການ​ຮ່ວມ​ມືແລະພັດ​ທະ​ນາ​​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານຈີນ-​ລາວ", "ການ​ຮ່ວມ​ມື​ແລະ​ການພັດ​ທະ​ນາ​ຂະ​ແໜງ​ການ​ໂທ​ລະ​ຄົມ​ແລະ​ການ​ສື່​ສານ, ວັດ​ທະ​ນະ​ທຳ​ຈີນ-ລາວ", "ການ​ຮ່ວມ​ມື​ຈີນ-ລາວດ້ານ​ກະ​ສິ​ກຳແລະແກ້​ໄຂ​ຄວາມ​ທຸກ​ຍາກ" ແລະ​ອື່ນໆ. ວິ​ສາ​ຫະ​ກິດ​ແລະ​ອົງ​ການ​ຈັດ​ຕັ້ງ​ຈີນ-ລາວ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມືຫຼາຍ​ສະ​ບັບ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​​ໄດ້ດຳ​ເນີນ​ເປັນ​ເວ​ລາ 2 ວັນ​ ແລະ​ມີ​ຈຸດ​ປະ​ສົງເພື່ອຊຸກ​ຍູ້ ແລະ ຜັນ​ຂະ​ຫຍາຍ​ ຜົນ​ສຳ​ເລັດ​ຂອງ​ການ​ ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​ກິດຂອງ​ເລ​ຂາ​ທິ​ການ​ໃຫຍ່ສີຈິ້ນ​ຜິງໃນ​ທ້າຍ​ປີ2017ຜ່ານ​ມາແລະ​ຄົ້ນ​ຄວ້າ​ການ​ເຊື່ອມຈອດຍຸດທະສາດ ​ການ​ພັດ​ທະ​ນາ​ປະ​ເທດ​ຂອງສປປລາວ ແລະ ຂໍ້ລິເລີມ" ໜຶ່ງແລວທາງໜຶ່ງເສັ້ນທາງ"ຂອງ ສປຈີນ ກໍ​ຄື​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ແຜນ​ພັດ​ທະ​ນາ​ການ​ຮ່ວມ​ມື​ຈີນ-ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ