ຈັດ​ພິ​ທີ​ລະ​ນຶກວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຈີນ​ຄົບ​ຮອບ 30 ປີ​ຢູ່​ໂຕ​ກຽວ
2018-02-04 17:02:05  cri 
ພິ​ທີ​ລະ​ນຶກວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຈີນ​ຄົບ​ຮອບ 30 ປີ​ແລະ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ປີ​ໃໝ່ 2018 ຂອງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຊາວ​ຍີ່​ປຸ່ນ​ເຊື້ອ​ສາຍ​ຈີນ​ທົ່ວ​ປະ​ເທດ​ຍີ່​ປຸ່ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ​ໃນ​ວັນ​ທີ 3 ກຸ​ມ​ພາ​ນີ້ ໂດຍ​​ຜູ້​ຕາງ​ໜ້າຊາວ​ຈີນ​ແລະ​ຊາວ​ຍີ່​ປຸ່ນ​ເຊື້ອ​ສາຍ​ຈີນ​ຜູ້​ຮັກ​ຊາດ​ທີ່​ຫ່ວງ​ໃຍ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ແລະ​ເບິ່ງ​ອະ​ນາ​ຄົດ​ໂດຍ​ຫວັງ​ວ່າ​ໃນ​ປີ​ໃໝ່ 2018 ນີ້​ຈະປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່​ແຫ່ງ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​​ໂດຍ​ສັນ​ຕິໃຫ້ຫຼາຍກວ່າ​ເກົ່າ.
ທ່ານ​ລິງ​ຊິງກວ່າງ ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຂອງ​ຊາວ​ຈີນ​ແລະ​ຊາວ​ຍີ່​ປຸ່ນ​ເຊື້ອ​ສາຍ​ຈີນ​ທົ່ວ​ປະ​ເທດ​ຍີ່​ປຸ່ນ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ພວກ​ເຮົາ​ຕ້ອງ​ສາ​ມັກ​ຄີ​ກຳ​ລັງ​ທຸກ​ດ້ານ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ການ​ຕັ້ງ​ໜ້າ​ເຄື່ອນ​ໄຫວ​ເພື່ອ​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອກ​ະ​ລາດ​ແລະ​ບັນ​ລຸ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ