ຄ້າຍ​ທະ​ຫານ​ແຫ່ງ​ໜຶ່ງ​ຢູ່​ພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ປາ​ກິ​ສ​ຖານ​​ເກີດ​ເຫດ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ, ເຮັດ​ໃຫ້ 11 ຄົນ​ເສຍ​ຊີ​ວິດ
2018-02-04 15:43:45  cri 

ຕອນ​ຄ່ຳ​ວັນ​ທີ 3 ກຸມ​ພາ​ນີ້, ກົມ​ຖະ​ແຫຼງ​ຂ່າວ​ສາມ​ເຫຼົ່າ​ທັບ​​ປາ​ກິ​ສ​ຖານ​ອອກ​ຖະ​ແຫຼງ​ການ​ວ່າ, ​ມື້​ດຽວ​ກັນ, ຄ້າຍ​ທະ​ຫານ​ແຫ່ງ​ໜຶ່ງ​ຢູ່​ເຂດ​ສະ​ວັດ​ແຫ່ງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປາ​ກິ​ສ​ຖານ​ໄດ້ເກີດ​ເຫດ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ, ເຮັດ​ໃຫ້ທະ​ຫານ 11 ຄົນ​ເສຍ​ຊີ​ວິດ, ຍັງ​ມີ 13 ຄົນ​ຮັບ​ບາ​ດ​ເຈັບ.

ຖະ​ແຫຼງ​ການ​ສະ​ບຸວ່າ, ການ​ໂຈມ​ຕີ​ເກີດ​ໃນ​ເວ​ລາ​ທີ່​ຄ້າຍ​ທະ​ຫານ​ແຫ່ງ​ນີ້​ຈັດ​ການ​ແຂ່ງ​ຂັນ​ບານ​ສົ່ງ, ການ​ໂຈມ​ຕີ​ເຮັດ​ໃຫ້​​ພາຍ​ທະ​ຫານ 1 ຄົນ​ແລະ​ພົນ​ທະ​ຫານ 10 ຄົນ​ເສຍ​ຊີ​ວິດ, ຍັງ​ມີ 13 ຄົນ​ຮັບ​ບາດ​ເຈັບ.

​ກຸ່ມທາ​ລີ​ບານ​ຂອງ​ປາ​ກິ​ສ​ຖານ​ກ່າວ​ວ່າ​ໄດ້​ກໍ່​ການ​ໂຈມ​ຕີ​ເທື່ອ​ນີ້.

ມື້​ດຽວ​ກັນ, ທ່ານຊາ​ຮີດ ​ອັບ​ບາ​ຊີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ເທື່ອ​ນີ້​ຢ່າງ​ຮຸນ​ແຮງ, ແລະ​ກ່າ​ວ​ວ່າ​ປາ​ກິ​ສ​ຖານ​ຈະ​ສືບຕໍ່​ໂຈມ​ຕີ​ລັດ​ທິ​ການ​ກໍ່​ການ​ຮ້າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ