ປະ​ທາ​ນາ​ນິ​ບໍ​ດີ​ສ.ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ກ່າວ​ວ່າ​ຈະ​ຮ່ວມ​ມື​ຮັບ​ປະ​ກັນ​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ
2018-02-04 17:07:37  cri 

ວັນ​ທີ 2 ກຸມ​ພາ​ນີ້, ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ໄ​ດ້​ສົນ​ທະ​ນາ​ກັບທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຜ່ານ​ທາງ​ໂທ​ລະ​ສັບ, ສອງ​ຝ່າຍ​ກ່າວ​ວ່າ​ຈະ​ຮ່ວມ​ມື​ຢ່າງ​ສະ​ໜິດ​ແໜ້ນ, ຮັບ​ປະ​ກັນ​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລ​າ​ໂອ​ແລມ​ປິກ​ຄົ​ນ​ພິ​ການ​ລະ​ດູ​ໜາວ​ພຽງ​ຊາງ​ທີ່​ຈະ​ເລີ່ມ​ຈັດ​ຂຶ້ນ​ໃນ​ອາ​ທິດ​ໜ້າ​​ນັ້ນ​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ.

ອີງ​ຕາມ​​ການ​ແຈ້ງ​ຂ່າວ​ຂອງທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​, ຕອນ​ຄ່ຳ​ວັນ​ທີ 2 ກຸມ​ພາ​ນີ້, ຜູ້​ນຳ​ສຸດຍອດ​ສອງ​ປະ​ເທດ​ອາ​ເມ​ລິ​ກາ​ກັບ​ສ.ເກົາ​ຫຼີ​ໄດ້​ລົມ​ຜ່ານ​ທາງ​ໂທ​ລະ​ສັບ​ເປັນ​ເວ​ລາ 30 ນາ​ທີ, ​ໂດຍໄດ້​ເປິກ​ສາ​ຫາ​ລື​ການ​ຈັດງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວພຽງ​ຊາງ​ແລະ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ​ພາຍ​ຫຼັງ​ງານ​ກິ​ລາ​ໂອ​ແລ​ມ​​ປິກລະ​ດູ​ໜາວ​ສິ້ນ​ສຸດ​ລົງ.

ທ່ານ​ມູນ​ເຈ​ອິນ​ກ່າວ​ວ່າ, ຫວັງ​ໃຫ້​ຖື​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ເປັນ​ໂອ​ກາດ​ດີ​​ເພື່ອຊຸກ​ຍູ້​ການ​ຮັກ​ສາ​ທ່ວງ​ທ່າ​ການ​ສົນ​ທະ​ນາລະ​ຫວ່າງເໜືອ​​ໃຕ້​ ສືບ​ຕໍ່​ກັນ​ໄປ, ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ