​ເຫດການ​ໂຈມ​ຕີ​ຢູ່​ພາກ​ກາງ​ອີ​ຕາ​ລີ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 6 ຄົນ
2018-02-04 15:43:35  cri 
​ວັນ​ທີ 3 ກຸມພາ​ນີ້, ຢູ່​ເມືອງ​ມະ​​ເຊລະ​ຕາ​ພາກ​ກາງ​ປະ​ເທດ​ອີ​ຕາ​ລີ​ໄດ້​ເກີດ​ເຫດການຍິງ​ກັນ ​​ເຮັດ​ໃຫ້​ຊາວ​ອາ​ຟຣິກາ​ບາດ​ເຈັບ​​ເປັນຢ່າງ​ໜ້ອຍ 6 ຄົນ, ​ໃນ​ນີ້​ມີ 1 ຄົນ​​ບາດ​ເຈັບ​ໜັກ.

ສື່​ມວນ​ຊົນ​ອີ​ຕາ​ລີ​ແຈ້ງ​ຂ່າວ​ວ່າ: ຜູ້​ກໍ່​ເຫດ​ນີ້​ແມ່ນ​ຜູ້​ຊາຍ​ທ້ອງ​ຖິ່ນ​ທີ່​ມີ​ອາຍຸ 28 ປີ, ລາວໄດ້ຍິງ​​ໃສ່​ຊາວ​ອາ​ຟຣິກາ​ຫຼາຍ​ຄົນ​​ທີ່​ກຳລັງ​ຍ່າງ​ນັ້ນໃນ​ເວລາ​ຂັບລັດ​ສີດຳ​ຢູ່​​ໃຈ​ກາງ​ເມືອງ​ມະ​ເຊລະ​ຕາ, ​ເຮັດ​​ໃຫ້​ມີ​ຜູ້​ບາດ​ເຈັບ​ເປັນຢ່າງໜ້ອຍ 6 ຄົນ. ຫຼັງ​ຈາກ​ນັ້ນຕຳຫຼວດ​ໄດ້​ຈັບ​ຜູ້​ກໍ່​ເຫດ​ນີ້​ໂດຍ​ໄວ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອອກ​ຖະ​ແຫຼ​ງການ​ວ່າ: ຜູ້​ບາດ​ເຈັບ 6 ຄົນ​ດັ່ງກ່າວ​ລ້ວນ​ແຕ່​ເປັນຊາວ​ຕ່າງປະ​ເທດ.

ສື່​ມວນ​ຊົນທ້ອງ​ຖິ່ນ​ລາຍ​ງານ​ວ່າ: ​ເຫດ​ການ​ນີ້​ມີ​ລັກສະນະ​ຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ​ຢ່າງ​ຮຸນ​ແຮງ ​​ແລະ​ອາດ​ມີ​ການພົວພັນ​ກັບ​ຄະດີສັງຫານ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງມະ​ເຊລະ​ຕາ​ທີ່​ກ່ຽວ​ພັນ​ກັບ​ຜູ້​ຕ້ອງ​ຫາ​ນີ​ເຊຣີ​ເມື່ອ​ຫຼາຍ​ມື້ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ