ພິ​ທີ​ມອບ​ຮັບ​ໂຄງ​ການ​ເພື່ອ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ມູນ​ນິ​ທິຈີນ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ
2018-02-05 10:57:27  cri 
ພິ​ທີ​ມອບ​ຮັບ​ສອງ​ໂຄງ​ການ​ເພື່ອ​ປະ​ຊາ​ຊົນ​ເມືອງກິ​ຣິ​ວົງ ແຂວງ​ຕາແກ້ວ​ປະ​ເທດ​ກຳ​ປູ​ເຈຍ​ເຊິ່ງ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຈາກ​ມູນ​ນິ​ທິ​ຈີນ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ ໄດ້​ຈັ​ດ​ຂຶ້ນ​ຢູ່​ເມືອງ​ດັ່ງ​ກ່າວ​ໃນ​ວັນ​ທີ 4 ກຸ​ມ​ພາ​ນີ້ ແລະ​ສອງ​ໂຄງ​ການ​ນີ້ປະ​ກອບ​ດ້ວຍ​ອາ​ຄານ​ຮຽນ​ສອງ​ຊັ້ນ 12 ຫ້ອງ​ຮຽນ ຂອງ​ໂຮງ​ຮຽນ​ມັດ​ທະຍົມ​ປາຍແຫ່ງ​ໜຶ່ງ ແລະ​ໂຄງ​ການ​ຊົນ​ລະ​ປະ​ທານ​ຂອງ​ເມືອງ​ດັ່ງ​ກ່າວ.

ທ່ານນາງ​ຢີ​ສຽວ​ຊ່ວນ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ປະ​ຈຳ​ການ​ຂອງ​ມູນ​ນິ​ທິ​ຈີນ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຢືນ​ຢັນ​ວ່າ: ​ການ​ປະ​ຕິ​ບັດສອງ​ໂຄງ​ການ​ນີ້​ແມ່ນ​ເພື່ອ​ເຮັດ​ໃຫ້​ຄວາມ​ປາ​ຖະ​ໜາ​ຂອງ​ສົມ​ເດັດ​ຊົກ​ອັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​​ກາຍ​ເປັນ​ຄວາມ​ຈິງທີ່​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຈີນ​ເພື່ອ​ສ້າງ​ໂຄງ​ການເພື່ອຜົນ​ປະ​ໂຫຍດ​​ຂອງ​ປະ​ຊາ​ຊົນ​ແຂ​ວງ​ຕາ​​ແກ້ວ​ຕອນ​ສົມ​ເດັດ​ຍັງ​ມີ​ຊີ​ວິດ​ຢູ່ ​ທັງ​ເປັນ​ໂຄງ​ການ​ທີ່​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ