ນົກ​ນາງນວນ​ປາກແດງ​ຢູ່​​ຄຸນ​ມິງ​ຍາມ​ລະ​ດູ​ໜາວ
2018-02-05 15:30:16  cri 

ວັນ​ທີ 4 ກຸມ​ພາ​ນີ້, ນັກ​ທ່ອງ​ທ່ຽວ​ແລະ​ຊາວ​ເມືອງ​​ຄຸນ​ມິງໃສ່​ເສື້ອ​ກັນ​ໜາວ​ທີ່​ທັງ​ໃຫຍ່​ແລະ​ໜາ​ໄດ້​ເອົາ​ອາ​ຫານ​ໃຫ້​ນົກ​ນາງນວນ​ປາກ​ແດງ​ກິນ​ຢູ່​ແຄມ​ໜອງ​ຕ່ຽນ​​ສື. ມື້​ດັ່ງ​ກ່າວ, ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ອາ​ກາດ​ໜາວ, ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ ທີ່​ມີ​ນາມ​ມະ​ຍົດ​ວ່າ ເມືອງ​ແຫ່ງ​ລະ​ດູ​ໃບ​ໄມ້​ປົ່ງ ອຸນ​ຫະ​ພູມ​ຕ່ຳ​ສຸດ​ເຖິງລົບ 3 ອົງ​ສາ. ເຖິງວ່າ​ອາ​ກາດ​ໜາວຫຼາຍ​ກໍ​ຕາມ, ແຕ່​​ກໍ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຄວາມ​ຫ້າວ​ຫັນ​ຂອງຊາວ​ເມືອງ​ແລະ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ມາ​ຊົມ​ແລະ​ເອົາ​ອາ​ຫານ​ໃຫ້​ນົກ​ນາງນວນ​ປາກ​ແດງ​ທີ່​ມາ​ເພິ່ງ​ພາ​ອາ​ໄສ​ຢູ່​ໜອງ​ຕ່ຽນ​ສືໃນ​ຍາມ​​ລະ​ດູໜາວ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ