ທ່ານ​ບຸນ​ຍັງ ວໍລະ​ຈິດ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງອຳນວຍ​ການ​ໃຫຍ່ຂ່າວສານ​ຊິນ​ຮວາ
2018-02-05 16:20:22  cri 

ທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ​ໄດ້​ຕ້ອນຮັບ​ທ່ານ​ໄຊ້ໝິງຈ້າວ ຜູ້ອຳນວຍການ​ໃຫຍ່​ສຳນັກ​ຂ່າວ​ສານ​ຊິນ​ຮວາ ​ໂອກາດ​ເດີນທາງ​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ລາວ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຄັ້ງທຳ​ອິດ ຢູ່​ນະຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 3 ກຸມພາ​ນີ້.

​ໂອກາດ​ນີ້, ທ່ານ​ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ເວທີ​ປຶກສາ​ຫາລື​ດັ່ງກ່າວ ​ແລະ​ກ່າວ​ວ່າ: ​ເວທີ​ປຶກສາ​ຫາລື​ຄັ້ງນີ້​ມີ​ຄວາມ​ໝາຍ​ສຳຄັນທາງ​ປະຫວັດສາດ ​​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ແຫ່ງ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ ຄູ່​ຮ່ວມ​ທີ່​ດີ ​​ແລະ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ແລະ​ໝັ້ນ​ແກ່ນ​ລະຫວ່າງ​ລາວ-ຈີນ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ເດີນທາງ​ຢ້ຽມຢາມ​ລາວ​ທາງລັດຖະກິດ​ແລະ​ປະສົບ​ຜົນສຳ​ເລັດ​​​ເປັນ​ຢ່າງ​ສູງໃນ​ເດືອນ​ພະຈິກ​ປີຜ່ານມາ ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ໄດ້​ເນັ້ນ​ໃຫ້ຈີນ​ແລະ​ລາວ​ເປັນ​ຄູ່​ຮ່ວມ​ຊາຕາກຳ ທີ່ຈະ​ຕ້ອງ​ພັດທະນາ​ແລະ​ກ້າວໜ້າ​ຮ່ວມ​ກັນ. ສະນັ້ນ, ລັດຖະບານ ​ແລະ ສື່​ມວນ​ຊົນ​ສອງ​ປະ​ເທດ ຄວນ​ຮ່ວມ​ມື​ກັນ​ເພື່ອ​ບັນລຸ​ເປົ້າໝາຍ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ