ຈີນ​ແລະ​ກຳ​ປູ​ເຈຍສະ​ຫຼອງ​ບຸນ​ກຸດ​ຈີນ​ແລະ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 60 ປີ
2018-02-05 11:21:01  cri 
ຫວ່າງ​ມໍ່ໆ​ມາ​ນີ້, ງານ​ຮ້ອງ​ເພງ​ແລະ​ລຳ​ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນ​ມ່ວນ​ຊື່ນ 2018 ແລະ​ການ​ສ້າງ​ສາຍ​ພົວ​ພັນທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 60 ປີ​ທີ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ແລະ​ກະ​ຊວງສິ​ລະ​ປະ​ແລ​ະວັດ​ທະ​ນະ​ທຳ​​ກຳ​ປູ​ເຈຍຮ່ວມ​ກັນເປັນ​ເຈົ້າ​ພາບ​​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ ໂດ​ຍ​ສິ​ລະ​ປິນ​ຂອງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ທຳ​ການ​ສະ​ແດງ​ ​ທີ່​ດີ​ເດັ່ນ​ໃຫ້​ແກ່​ຜູ້​ຊົມ.

ທ່ານ ເພືອງ​ສັກ​ໂກ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ​ລະ​ປະ​ແລະ​ວັດ​ທະ​ນະ​ທຳ​ກຳ​ປູ​ເຈ​ຍ​ກ່າວ​ວ່າ:ການ​ໄປ​ມາ​ຫາ​ສູ່​ກັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ກຳ​ປູ​ເຈຍ-ຈີນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ,ທັງ​ເປັນ​ການ​ປະ​ກອບ​ສ່ວນ​ຕໍ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ. ຄະ​ນະ​ລຳ​ແລະ​ເພງ​ບົວ​ລະ​ພາຈີນ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ແລະ​ຮ່ວມ​ກັບສິ​ລະ​ປິນ​ກຳ​ປູ​ເຈຍ​ຈັດ​ການ​ສະ​ແດງ ເປັນ​ການ​ຕອບ​ສະ​ໜອງ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າ​ງ​ສອງ​ປະ​ເທດ. ທ່ານ​ກ່າວ​ຕື່ມ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ສາ​ມາດ​ຮ່ວມ​ກັບ​ອ້າຍ​ນ້ອງ​ຊາວ​ຈີນ​ຢູ່​ກຳ​ປູ​ເຈຍ​ຮ່ວມ​ກັນ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທີ່​ເປັນ​ບຸນ​ປະ​ເພ​ນີ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ