ທະ​ນາຍ​ຄວາມຂອງ​ທ່າ​ນ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ຈະ​ຮ້ອງ​ຟ້ອງ​ຕໍ່ສານ​ກ່ຽວ​ກັບ​ການ​ອາ​ຢັດ​ຊັບ​ສິນ​ຂອງ​ທ່ານ​ນາງ​ຍິ່ງ​ລັກ​
2018-02-05 16:49:31  cri 
ວັນ​ທີ 4 ກຸມ​ພາ​ນີ້, ທ່ານ ນົບ​ພະດົມ ເທບ​ພິ​ທັກ ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ ຍິ່ງ​ລັກ​ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ຄະ​ນະ​ທະ​ນາຍ​ຄວາມຂອງ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ຈະ​ສືບ​ຕໍ່​ຮ້ອງ​ຟ້ອງ​ຕໍ່​ສານ ເພື່ອ​ຮ້ອງ​ຂໍ​ຍົກ​ເລີກ​ຫຼື​ຢຸດ​ຕິ​ການ​ປະ​ຕິ​ບັດ​ດຳ​ລັດທີ່​ອາ​ຢັດ​ຊັບ​ສິນ​ຂອງ​ທ່ານ​ນາງ​ຍິ່ງ​ລັກເປັນ​ການ​ຊົ່ວ​ຄາວ.

ທ່ານ​ ນົບ​ພະ​ດົນ ກ່າວ​ຕື່ມວ່າ: ປັດ​ຈຸ​ບັນ,ຄະ​ດີ​ກ່ຽວ​ກັບ​ການ​ອາ​ຢັດ​ຊັບ​ສິນ​ຂອງ​ທ່ານ​ນາງ ຍິ່​ງ​ລັກ ຊິນ​ນະ​ວັດ​ຍັງ​ຢູ່​ໃນ​ໄລ​ຍະ​ການ​ສືບ​ສວນ​ຢູ່, ລັດ​ຖະ​ບານ​ໄທ​ໄດ້​ອາ​ຢັດຊັບ​ສິນ​ຂອງ​ທ່ານ​ນາງ​​ຍິ່ງ​ລັກໂດຍຜ່ານ​ດຳ​ລັດ​ບໍ​ລິ​ຫານງານ​​ກ່ອນ​ການ​ຕັດ​ສິນ​ຈາກ​ສານນັ້ນ ບໍ່​ສອດ​ຄ່ອງ​ກັບຂັ້ນ​ຕອນ​ກົດ​ໝາຍ​. ທ່ານ​ເຜີຍ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ ລັດ​ຖະ​ບານ​ໄດ້​ອາ​ຢັດ​ເອົາ​ເຮືອນ,ທີ່​ດິນ,ເງິນໃນບັນ​ຊີ​ທະ​ນາ​ຄານ 10 ກວ່າ​ບັ​ນ​​ຊີ​ຂອງ​ທ່ານ​ນາງ​ຍິ່ງ​ລັກ​ແລະ​ອື່ນໆລວມ​ທັງ​ໝົດ 30 ກວ່າ​ລາຍ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ