ລັດ​ຖະ​ບານ​ ສ ເກົາ​ຫຼີ​ຍິນ​ດີ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນຂັ້ນສູງ ສ​ປ​ປ ເກົາ​ຫຼີ​​ຈະຢ້ຽມ​ຢາມປະ​ເທດ​ຕົນ
2018-02-05 16:49:05  cri 
ວັນ​ທີ 5 ກຸມ​ພາ​ນີ້, ທຳ​ນຽບ​​ປະ​ທາ​ນາ​ທິ​ບໍ​ດີຊົງ​ວາ​ເດ​ ​ ສ​ ເກົາ​ຫຼີ​ໄດ້​ສະ​ແດງຄວາມ​ຍິນ​ດີ​ຕ້ອນ​ຮັບ​​ທ່ານ​ກິມ​ຢົງ​ນາມ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ​ພ້ອມ​ດ້ວຍ​ຄະ​ນະ​ທີ່​ຈະ​ຢ້ຽມ​ຢາມ ສ ເກົາ​ຫຼີ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ກຸມ​ພາ​ນີ້, ທ່ານ​ກິມ​ອີ​ກຽມ ໂຄ​ສົກ​ທຳ​ນຽບ​ຊົງ​ວາ​ເດ​ກ່າວ​ວ່າ, ທ່ານ​ກິມ​ຢົງ​ນາມ​ແມ່ນ​ເຈົ້າ​ໜ້າ​ທີ່ ສປ​ປ ເກົາ​ຫຼີ​ລະ​ດັບ​ສູງ​ສຸດ​ທີ່​ຢ້ຽມ​ຢາມ ສ​ ເກົາ​ຫຼີ​ໃນ​ປະ​ຫວັດ​ສາດ. ທ່ານ​ກ່າວ​ວ່າ, ທ່ານ​ກິມ​ຢົງ​ນາມ​ຢ້ຽມ​ຢາມປະ​ເທດ​ຕົນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ຂອງ ສ​ປ​ປ ເກົາ​ຫຼີ​ທີ່​ຢາກ​ປັບ​ປຸງ​ສາຍ​ພົວ​ພັນເໜືອ​ໃຕ້​​ໃຫ້​ດີ​ຂຶ້ນ​ແລະ​​ເຮັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ສຳ​ເລັດ​ຜົນຢ່າງ​ຈົບ​ງາມ, ​ທັງໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຢ່າງ​ຈິງ​ໃຈ​ຂອງ ສ​ປ​ປ ເກົາ​ຫຼີ.

ທ່ານ​​ກິມ​ອີ​ກຽມ​ກ່າວ​ຕື່ມ​ວ່າ, ໃນ​ຖານ​ະ​ເປັນ​ເຈົ້າ​ພາບ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້, ປະ​ເທດ​ຕົນ​ຈະ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ ສ​ປ​ປ ເກົາ​ຫຼີ​ຢ່າງ​ສົມ​ກຽດ, ພ້ອມ​ກັນ​ນັ້ນ​ຈະ​ກຽມ​ພ້ອມ​ໃຫ້​ແກ່​ໂອ​ກາດ​ແລກ​ປ່ຽນ​ຕ່າງໆ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ສອງ​ປະ​ເທດ. ລັດ​ຖະ​ບານ​ປະ​ເທດ​ຕົນ​ຫວັງ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່າ​ນ​ກິມ​ຢົງ​ນາມ​ຈະ​ສາ​ມາດ​ສ້າງ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ກາຍ​ເປັນ "ງານ​ກິ​ລາ​ໂອ​ລິມ​ປິກ​ແຫ່ງ​ສັນ​ຕິ​ພາບ" ແລະ​ກາຍ​ເປັນ​ໂອ​ກາດ​ທີ່​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ເໜືອໃຕ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ແລະ​ສ້າງ​ສັນ​ຕິ​ພາບ​ຖາ​ວອນ​ຂອງ​ແຫຼມ​ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ