​ສິນຄ້າ​ຜ່ານດ່ານ​ຊາຍ​ແດນ​ມິດຕະພາບ​ຈີນ-ຫວຽດນາມ​ເພີ່ມ​ຂຶ້ນ
2018-02-05 17:10:49  cri 
ວັນ​ທີ 3 ກຸມພາ​ນີ້, ຫ້ອງການ​ກວດຄົນ​ເຂົ້າ​ອອກ​ເມືອງ ​ແລະ​ກັກ​ກັນ​ພະຍາດ​ເມືອງ​ພີ​ງຊຽງ​ເຂດ​ກວາງຊີ​ຈີນ​ເປີດ​ເຜີຍ​ວ່າ: ​ໃນ​ປີ 2017, ຫ້ອງການ​ຕົນ​ໄດ້​ກວດ​ສິນຄ້າ ​ແລະ​ສິ່ງ​ຂອງ​ຕ່າງໆເຂົ້າ​ຊາຍ​ແດນ​ໄດ້ 19386 ງວດ, ​ເພີ່ມ​ຂຶ້ນ 1,3%​ ທຽບ​ໃສ່​ໄລຍະ​ດຽວກັນ ເຊິ່ງມີ​ມູນ​ຄ່າ 5 ຕື້ 436 ລ້ານ 6 ​ແສນ​ 7 ​ໝື່ນ 7 ພັນໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 39,1%. ​ສິນຄ້າ​ຕົ້ນຕໍ​ແມ່ນ​ຜະລິດ​ຕະພັນ​ກະສິກຳ, ໝາກ​​ໄມ້​ເຂດ​ຮ້ອນ ​ແລະສິນຄ້າ​ຫຼັກ​​ອື່ນໆຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

ພະນັກງານຫ້ອງການ​ດັ່ງກ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ປະລິມານການ​ນຳ​ເຂົ້າ​ໝາກ​ລຳ​ໄຍ​ແມ່ນຫຼາຍ​ທີ່​ສຸດ ​ແລະ​ການ​ນຳ​ເຂົ້າໝາກ​ທຸລຽນຂອງ​ໄທ​ກໍ່​ມີ​ລະດັບ​ເພີ່ມ​ສູງ​ຂຶ້ນ​ຫຼາຍ​ທີ່​ສຸດ. ການ​ນຳ​ເຂົ້າຜັກ ​ແລະ​ອາຫານກໍ​ມີ​ຄວາມຄືບໜ້າ​ໃໝ່ ຄື ໝາກ​ເຜັດ​​ຖືກ​ນຳ​ເຂົ້າ​ເປັນ​ຄັ້ງ​ທຳ​ອິດ ​ແລະປະລິມານ​ນຳ​ເຂົ້າ​ເຂົ້າໜົມ​ຫວຽດນາມ​ກໍເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ