ຫຼາຍ​ແຫ່ງ​ຂອງ​ໄທ​ຈະ​ຈັດ​​ເທດ​ສະ​ການ​ບຸນ​ກຸດ​ຈີນ 2018
2018-02-06 10:45:57  cri 

ໃນ​ໄລ​ຍະ​ບຸນ​ກຸດ​ຈີນ2018​ຕາມ​ຈັນ​ທະ​ຄະ​ຕິ​ຈີນ,ຫຼາຍ​ແຫ່ງ​ຂອງ​ໄທ​ຈະ​ຈັດ​ເທດ​ສະ​ການ​ບຸນ​ກຸດ​ຈີນ​ໂດຍ​ຈະ​ມີ​ງານ​ວາງ​ສະ​ແດງ, ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ,​ການ​ສຳ​ຜັດວັດ​ທະ​ນະ​ທຳ​ຈີນ, ​ການ​ຊິມອາ​ຫານ​ຈີນ​ແລະ​ກິດ​ຈະ​ກຳ​ອື່ນໆ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ກຸດ​ຈີນ​ທີ່​ຈະ​ມາ​ເຖິງ.

​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 5 ກຸມ​ພາ​ນີ້​ວ່າ: ເທດ​ສະ​ການ​ບຸນ​ກຸດ​ຈີນ​ປະ​ເທດ​ໄທ​ຈະ​ຈັດ​ຂຶ້ນ​ເລີ່ມ​ແຕ່​ວັນ​ທີ 13 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ​ໂດຍ​ຈະ​ກວມ​ເອົາ​ນະ​ຄອນຫຼວງບາງກອກ​ແລະ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຕ່າງໆ​ເປັນ​ຕົ້ນ ຊຽງໃໝ່, ພູ​ເກັດ, ນະ​ຄອນ​ສະ​ຫວັນ,ອຸ​ດອນ​ທາ​ນີແລະ​ອື່ນໆ. ສິ​ລະ​ປິນ100ກວ່າທ່ານ​ຈາກ 9 ເຂດ​ແຂວງ​ຂອງ​ຈີນ​ຈະ​ນຳ​ເອົາ​ການ​ສະ​ແດງ​ທີ່​ໜ້າ​ປະ​ທັບ​ໃຈ​ໄປ​ໃຫ້​ປະ​ຊາ​ຊົນ​ໄທ​ກໍ​ຄື​ນັກ​ທ່ອງ​ທ່ຽວໄດ້​ຊົມ​ເປັນ​ຕົ້ນ​ການ​ຟ້ອນ,ດົນ​ຕີ​ພື້ນ​ເມືອງ,ອູ​ຊູ້,ງີ້ວ,ລະ​ຄອນ​ຫຸ່ນ​ກະ​ບອກ​ແລະ​ອື່ນໆ​ເພື່ອ​ຮ່ວມ​ກັບ​ປະ​ຊາ​ຊົນ​ໄທ​ສະຫຼອງ​ບຸນ​ກຸດ​ຈີນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​. ນອກ​ຈາກ​ການ​ສະ​ແດງ​ການ​ຮ້ອງ​ເພງ​ແລະ​ການ​ຟ້ອນ​ແບບ​ຈີນ​ແລ້ວ, ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ຍັງ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ຜູ້​ແທນ​ພໍ່​ຄົວ​ແມ່​ຄົວ​ອາ​ຫານ​ຈີນ​ຈາກ​ເມືອງ​ຮາງ​ໂຈ່ວ​ໄປ​ຮ່ວມ​ກິດ​ຈະ​ກຳ​ໃນ​ຄັ້ງ​ນີ້​ໂດຍ​ປະ​ຊາ​ຊົນ​ໄທ​ຈະ​ມີ​ໂອ​ກາດ​ຊິມ​ອາ​ຫານ​ເມືອງ​ຮາງ​ໂຈ່ວ​ທີ່​ເຄີຍ​ບໍ​ລິ​ການ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ G20 ທີ່​ເມືອງ​​ຮາງ​ໂຈ່ວ​ຈີນ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ