ໄທ​ຊົມ​ເຊີຍ​ຈີນ​ປະ​ຕິ​ບັດ​ການ​ຊື້​ຂາຍ​ລະ​ຫວ່າງເງິນຢວນ​ກັບ​ເງິນ​ບາ​ດ​ໂດຍ​ກົງ
2018-02-06 16:11:45  cri 
ທ່ານ​ນາງ​ຈັນ​​ຕາ​ວັນ​ຊຸ​ຊາ​ຣິ​ທະ​ກູນ ຜູ້​ຊ່ວຍ ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ແຫ່ງ​ປະ​ເທດ​ໄທ​ກ່າວ​ຢູ່​ນະ​ຄອນຫຼວງ​ບາງກອກ​ໃນ​ວັນ​ທີ​ 5 ກຸມ​ພາ​ນີ້​ວ່າ ທະ​ນາ​ຄານ​ກາງ​ໄທ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ທີ່​ອະ​ນຸ​ມັດ​ປະ​ຕິ​ບັດ​ການ​ຊື້​ຂາຍ​ລະ​ຫວ່າງ​ເງິນຢວນ​ກັບ​ເງິນ​ບາດ​ໄທ​ໂດຍ​ກົງ ເຊິ່ງ​ເປັນ​ມາດ​ຕະ​ການ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ປະ​ກາດ​ໃນ​ເມື່ອ​ໆ​ນີ້​ວ່າ: ເລີ່ມ​ແຕ່​ວັ​ນທີ 5 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປຈະ​ຂະ​ຫຍາຍ​ການ​ຄ້າ​ລະ​ຫວ່າງ​ເງິນຢວນ​ກັບເງິນ​ບາດ​​ໃນ​ພາກ​ພື້ນໃຫ້​ເປັນ​ການ​ຊື້​ຂາຍ​ໂດຍ​ກົງ, ທ່ານ​ນາງ​ຈັນຕາ​ວັນ​ໄດ້​ເວົ້າ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 5 ກຸມ​ພາ​ນີ້​ວ່າ: ຫຼັງ​ປະ​ຕິ​ບັດ​ການ​​ຊື້ຂາຍ​ລະ​ຫວ່າງ​ເງິນຢວນ​ກັບ​ເງິນ​ບາດ​ໂດຍ​ກົງ​ແລ້ວ, ເຂດ​ການ​ຄ້າ​ຈາກ​ແຂວງ​ຢຸນ​ນານ​ຈີນ​ໄດ້ເປີດກວ້າງທົ່ວ​ປະ​ເທດ​ຈີນ ແລະ​ສະ​ຖາ​ບັນ​ການ​ເງິນ​ທີ່​ມີ​ຄຸນ​ວຸດ​ທິ​ເປີດ​ການ​ຊື້​ຂາຍ​ລະ​ຫວ່າງ​ເງິນຢວນ​ກັບ​ເງິນ​ບາດ​ໃນ​ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ນັ້ນ​ຈະ​ເພີ່ມຫຼາຍ​ຂຶ້ນ, ເງິນຢວນ​ແລະ​ເງິນ​ບາດ​ຈະ​ຖືກ​ນຳ​ໃຊ້ຫຼາຍ​ຂຶ້ນ​ໃນ​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ, ຄວາມ​ສ່ຽງ​ດ້ານ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ຈະຫຼຸດ​ລົງ​ຢ່າງຫຼວງ​ຫຼາຍ. ປັດ​ຈຸ​ບັນ, ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໄທ, ດ້ວຍ​ເຫດ​ນີ້,ມາດ​ຕະ​ການ​ດັ່ງ​ກ່າວ​ຈິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາ​ຍ​ຕໍ່​ການ​ຮັດແໜ້ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ໄທ-ຈີນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ