ຈີນ​ມີ​ຄວາມ​ໝັ້ນ​ໃຈຕໍ່​ການ​ຮ່ວມ​ກັບ​ອາ​ຊຽນ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື COC
2018-02-06 17:00:16  cri 
ວັນ​ທີ 5 ກຸມ​ພາ​ນີ້, ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ມີ​ຄວາມ​ໝັ້ນ​​ໃຈ​ຕໍ່​ການຮ່ວມ​ກັບ​ອາ​ຊຽນ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລືກ່ຽວ​ກັບກົດ​ແຫ່ງ​ການ​ປະ​ພຶດ​ຢູ່ທະ​ເລ​ຈີນ​ໃຕ້​ຫຼື COC ​ຢ່​າງ​ຕັ້ງ​ໜ້າ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ ເກີງ​ສວງ ກ່າວ​ວ່າ: ມີຄຳ​ສຸ​ພາ​ສິດ​ຂອງ​ຈີນ​ເວົ້າ​ວ່າ: "ເປັດ​ຮູູ້​ລະ​ດູ​ໃບ​ໄມ້​ປົ່ງ​ທີ່​ຈະ​ມາ​ເຖິງ​ກ່ອນ​ໝູ່​ຍ້ອນ​ລອຍ​ນ້ຳ ເພາະ​ນ້ຳ​ອຸ່ນ​ຂຶ້ນ​ຕາມ​ລະ​ດູ​ການ" ໃນ​ນີ້​ກໍ່​ໝາຍ​ຄວາມ​ວ່າ​ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ເປັນ​ຄື​ແນວ​ໃດ ແຕ່​ລະ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ​ນີ້​ຮູ້​ດີ​ທີ່​ສຸດ. "ຈີນ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່ທ່າ​ທີ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສິງ​ກະ​ໂປ ທ່ານ​ວີ​ວຽນ ບາ​ລາ​ຄ​ຣິ​ສ​ນານ​ທີ່​ໄດ້​ສ່ອງ​ແສງ​ໃ​ຫ້​ເຫັນເຖິງ​ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້​ໃນ​ປັດ​ຈຸ​ບັນ​ພັດ​ທະ​ນາ​ໄປ​ໃນ​ທາງ​ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ." ທ່ານ​ກ່າວ​ວ່າ: ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຮ່ວມ​ກັບ ​ອາ​ຊຽນ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ຢ່າງຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດແຫ່ງ​ການ​ປະ​ພຶດ​ຢູ່ທະ​ເລ​ຈີນ​ໃຕ້​ຢ່າງ​ຕັ້ງ​ໜ້າ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ