ອິນເດຍ ແລະປາກິສະຖານປະທະກັນຢູ່ເຂດກັສເມຍ
2018-02-06 18:03:44  cri 
ວັນທີ 5 ກຸມພານີ້, ທະຫານອິນເດຍກ່າວວ່າ: ທະຫານປະເທດຕົນໄດ້ປະທະກັນກັບທະຫານປາກິສະຖານຢູ່ເຂດກັສເມຍທີ່ຄຸ້ມຄອງໂດຍປະເທດຕົນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບຢ່າງຫຼວງຫຼາຍ.

ໂຄສົກທະຫານອິນເດຍກ່າວປະນາມປາກິສະຖານທີ່ລະເມີດສັນຍາຢຸດຍິງ ແລະຍິງລູກປືນໃຫຍ່ໃສ່ເຂດຣະໂຈຣີທີ່ຄຸມຄອງໂດຍອິນເດຍຢູ່ເຂດກັສເມຍ ເຊິ່ງເຮັດໃຫ້ນາຍທະຫານອິນເດຍ 1 ຄົນ ແລະພົນທະຫານ 3 ຄົນເສຍຊີວິດ, ຍັງມີນັກຮົບ 1 ຄົນ ແລະປະຊາຊົນ 2 ຄົນໄດ້ຮັບບາດເຈັບ, ຫຼັງຈາກນັ້ນທະຫານອິນເດຍໄດ້ຍິງຕອບໂຕ້ຄືນ.

ວັນທີ 4 ກຸມພານີ້, ກົມຂ່າວສານທະຫານ 3 ເຫຼົ່າທັບປາກິສະຖານອອກຖະແຫຼງການວ່າ: ທະຫານອິນເດຍໄດ້ຍິງປືນໃສ່ໜ່ວຍຄຸ້ມຄອງເຂດກັສເມຍເບື້ອງປາກິສະຖານໃນມື້ດຽວກັນ, ເຮັດໃຫ້ມີປະຊາຊົນ 1 ຄົນເສຍຊີວິດ ແລະເດັກນ້ອຍ 2 ຄົນໄດ້ຮັບບາດເຈັບ. ແລ້ວທະຫານປະເທດຕົນໄດ້ຍິງຕອບໂຕ້ຄືນທະຫານອິນເດຍທັນທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ