ແຊ໊ມ​ການ​ແຂ່ງ​ຂັນນັກ​ຊົງ​ກາ​ເຟ​ໂລກ​ທີ່​ມາ​ຈາກ​ເກາະ​ກູ​ລ້າງ​ຢູຂອງ​ຈີນ
2018-02-07 15:44:12  cri 


ສູ​ເຈ່ຍຢວນ​ເປັນ​ເຮືອນເກົ່າ​ແກ່​ແຫ່ງ​ນຶ່ງ​ທີ່ກວມ​ເນື້ອ​ທີ 1000 ຕາ​ແມັດ ສ້າງ​ຂຶ້ນ​ເມື່ອ​ປີ 1932,​ປັດ​ຈຸ​ບັນ​ຕັ້ງ​ຢູ່​ເລກ 19ຖະ​ໜົນ​ຈົ່ງ​ຮ​ວາ  ເກາະ​ກູ​ລາງ​ຢູ ນະ​ຄອນ​ເຊ້ຍ​ເມີນ ສ​ປ ຈີນ. ສິ່ງ​ທີ່​ເຫຼືອ​ເຊື່ອ​ນັ້ນ​ຄື​ເຮືອນ​ຢູ່ແຫ່ງ​ນີ້​ເປັນ​ເຮືອນ​ເກົ່າ​ແກ່​​ແລະເປ່​ເພ​ໃນ​ກ່ອນ​ໜ້າ​ນີ້, ແຕ່​ນາງ ອູ​ຢ້າ​ລຽນ  ​ອາ​ຍຸ 30 ກວ່າ​ປີ ມີ​ຄວາມກະ​ຕື​ລື​ລົ້ນ​ສ້າງ​ເຮືອນນີ້​ໃຫ້​ເປັນ​ຮ້ານ​ກາ​ເຟ​ທີ່​ມີ​ຊື່​ສຽງ​ໃນ​ປັດ​ຈຸ​ບັນ​ໂດຍ​ເນັ້ນ​ໃສ່​ການ​ເຮັດ​ກາ​ເຟ ຖື​ວ່າ​ເປັນ​ການ​ເຮັດ​ໃຫ້​ເຮືອນເກົ່າ​ແກ່​​ກັບ​ມາມີ​ຊີ​ວິດ​ຊີ​ວາ​ຄືນ​ອີກ​ຄັ້ງ​ໃໝ່. ປີ2013, ນາງ​ເຂົ້າ​ຮ່ວມ​ຊິງ​ແຊ໊ມ​ໃນ​ການ​ແຂ່ງ​ຂັນ​ຊົງ​​​ກາ​ເຟ​​ບາ​ຮິ​ສ​ຕາຊິງ​ແຊ໊ມ​ໂລກ (World Barista Championship)ທີ່​ຈັດ​ຂຶ້ນ​ຢູ່​ຈີນ ແລະ​ກາຍ​ເປັນ​ແຊ໊ມ​ທີ່​ໜຸ່ມ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ