ອິນ​ໂດ​ເນ​ເຊຍ​ເພີ່ມ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຈີນ
2018-02-07 15:59:53  cri 
ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານໃນ​ວັນ​ທີ 6 ກຸມ​ພາ​ນີ້​ວ່າ: ທ່ານ​ໂທ​ມັ​ສ ຕ​ຣິ​ຄາ​ຊິງ ເລັມ​ບົງ ປະ​ທານຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ການ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ເມື່ອ​ມໍ່ໆ​ນີ້​ວ່າ: ຜົນ​ງານ​ດ້ານ​ການ​ສົ່ງ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​​ເມື່ອ​ທຽບ​ໃສ່​ປະ​ເທດ​ໃກ້​ຄຽງ​ເຊັ່ນ ມາ​ເລ​ເຊຍ​ແລະ​ໄທ​ຖື​ວ່າ​ມີ​ໜ້ອຍ​ທີ່​ສຸດ, ສ່ວນ​ການ​ເພີ່ມ​ການ​ສົ່ງ​ອອກ​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ການ​ດຶງ​ດູດ​ແລະ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ໂດຍ​ສະ​ເພາະ​ຕ້ອງ​ເພີ່ມ​ທະ​ວີ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຈີນ.

ທ່ານ​ໂທ​ມັ​ສ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ຜະ​ລິດ​ສິນ​ຄ້າ​ສຳ​ເລັດ​ຮູບ​ຂອງ​ອິນ​ໂດ​ເນ​ເຊຍ,ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ທີ່​ເປັນ​ວັດ​ຖຸ​ດິບ​ທີ່​ມີ​ມູນ​ຄ່າ​ເພີ່ມ​ໜ້ອຍ​ນັ້ນ​ຫັນ​ເປັນ​ຜະ ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ທັງ​ເພີ່ມ​ການ​ສົ່ງ​ອອກ, ຕົວ​ຢ່າງ​ເຊັ່ນ ແຕ່​ກ່ອນ ປະ​ເທດ​ຕົນ​ສົ່ງ​ອອກ​ແຮ່​ນິ​ເກນ  ແຕ່​ປັດ​ຈຸ​ບັນ​ສາ​ມາດ​ສົ່ງ​ອອກ​ຜະ​ລິ​ດ​ຕະ​ພັນ​ສະ​ເຕນ​ເລດ ຈົນຈະ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ສະ​ເຕນ​ເລດ​ໃຫຍ່​ອັນ​ດັບ 3 ຂອງ​ໂລ​ກ​ກໍ​ອາດ​ເປັນ​ໄປ​ໄດ້. ທ່ານໂທ​ມັ​ສ​ຢືນ​ຢັນ​ວ່າ ​ຈາກ​ການ​ສັນ​ຍາ​ວ່າ​ຈະ​ລົງ​ທຶນ​ຮອດ​ການ​ລົງ​ທຶນ​ໃນ​ຕົວ​ຈິງໃນ​ການປຸງ​ແຕ່ງ​ແລະ​ຜະ​ລິດ, ຢ່າງ​ໜ້ອຍ​ຕ້ອງ​ໃຊ້​ເວ​ລາ 2ຫາ 3 ປີ, ແຕ່​ເບິ່ງ​ໃນ​ໄລ​ຍະ​ຍາວ​ນານ​ແລ້ວ​ການ​ລົງ​ທຶນ​ເຫຼົ່າ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຫຼາຍ​ຕໍ່​ການ​ເພີ່ມ​ການ​ສົ່ງ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ