ປະ​ເທດ​ຕ່າງໆ​ກໍ​ສາມາດ​ເດີນ​ຕາມ​ເສັ້ນທາງພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ຄວາມ​ຈິງ​ຂອງ​ປະ​ເທດ​ຕົນ
2018-02-07 15:52:08  cri 

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຊຸ່ຍ​ທ່ຽນ​ຄ໋າຍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້​ເຂົ້າຮ່ວມ​ງານ​ຕ້ອນຮັບ​ບຸນ​ກຸດ​ຈີນ​ທີ່​ຈັດ​ຂຶ້ນ​ໂດຍ​ນັກ​ສຶກສາຈີນ​ທີ່​ໄປ​ສຶກສາ​ຕໍ່​ຢູ່​ອາ​ເມ​ລິ​ກາ ​ແລະ​ໄດ້​ປາ​ໄສ​ວ່າ: ຈີນ​ຄັດ​ເລືອກ​​ເສັ້ນທາງ​ພັດທະນາ​ຂອງ​ຕົນ​ບົນ​ພື້ນຖານ​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ ຈີນ​ປະກອບສ່ວນ​ຕໍ່​ປະຊາ​ຄົມ​ໂລກ​ນັ້ນບໍ່​ແມ່ນ​ສິ່ງ​ທີ່​ເປັນ "ກຳລັງ​ອັນ​ແຫຼມຄົມ", ​ແຕ່​ແມ່ນ "ການເລືອກ​ໃໝ່, ກຳລັງ​ດ້ານ​ສະຕິ​ປັນຍາ ​ແລະ ພະລັງ​ທີ່​ສ້າງສັນ".

ທ່ານ​ຊຸ່ນທ່ຽນ​ຄ໋າຍ ກ່າວ​ວ່າ: ​ໃນ​ໜຶ່ງ​ປີຜ່ານມາ, ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໂດຍ​ລວມ​ແລ້ວ​ໄດ້​ບັນລຸ​ການ​ຂ້າມ​ຜ່ານ​ຢ່າງ​ໝັ້ນທ່ຽງ ​ແລະ ກ້າວໜ້າ​ຢ່າງ​ໜັກ​ແໜ້ນ ຫຼັງລັດຖະບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່​ສ້າງຕັ້ງຂຶ້ນ ​​ໂດຍ​ເຫັນໄດ້​ຈາກປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ພົບ​ປະກັນ 3 ​ເທື່ອ ​ແລະ ສົນທະນາ​ຜ່ານ​ທາງ​ໂທລະສັບຫຼາຍ​ເທື່ອ ນອກ​ນີ້, ກົນ​ໄກ​ສົນທະນາ​ຂັ້ນສູງ 4 ກົນ​ໄກ​ລະຫວ່າງ​ສອງ​ປະ​ເທດ​ກໍ​ໄດ້​ສຳ​ເລັດຮອບ​ທຳ​ອິດ​ຢ່າງ​ສະດວກ.

ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ ທີ່​ເປັນ​ສອງ​ປະ​ເທດ​ໃຫຍ່​ນັ້ນ ມີ​ຄວາມສຳຄັນຫຼາຍ​ແຕ່​ກໍ​ສັບສົນຫຼາຍ, ພັດ​ຍັງ​ບໍ່​​ແມ່ນ​​ຄວາມ​ສະດວກ​ແຕ່​ຢ່າງ​ດຽວ. ​ໃນຫຼາຍສິບ​ປີຜ່ານມາ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດລ້ວນ​ແຕ່​ພັດທະນາ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ໃນ​ທ່າມກາງຄວາມ​ຫຍຸ້ງຍາກ​​ແລະ​ສິ່ງ​ທີ່​ເປັນ​ອຸປະສັກ​ຕ່າງໆ​ນານາ ​ແຕ່​ກໍ​ສາມາດ​ຮັກສາ​​ເສັ້ນທາງ​ພັດທະນາ​ຢ່າງຕັ້ງໜ້າ​ແລະ​ໝັ້ນທ່ຽງມາ​ໂດຍ​ຕະຫຼອດ.

ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ປາກົດ​ມີ​ສະພາບ​ທີ່​ໜ້າ​ສົນ​ໃຈ​ບາງ​ຢ່າງ ​ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຄົນ​ອາ​ເມ​ລິ​ກາບາງຄົນ​ຍັງ​ຂາດ​ຄວາມ​ຮັບ​ຮູ້​ຕໍ່​ຈີນ ​ແລະ ວິນິດ​ໄສ​ຢ່າງ​ຜິດພາດ​ຕໍ່​ຍຸດ​ທະ​ສາດ​ຂອງ​ຈີນ ​ເປັນຕົ້ນ​ ບາງ​ຄົນຮູ້​ສຶກ​ເສຍ​ໃຈ​ເນື່ອງ​ຈາກ​ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງພັດທະນາ​ຂອງ​ຕົນ ​ແຕ່​ຄວາມ​ຈິງ​ແລ້ວ, ​​ຈີນ​​ແມ່ນຄັດ​ເລືອກເສັ້ນທາງ​ພັດທະນາ​ບົນ​ພື້ນຖານ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ມີ​ທິດ​ສະ​ດີ​ຂອງ​ຕົນ​ເປັນ​ສິ່ງ​ຊີ້​ນຳ, ມີ​ລະບຽບ​ການ​ຂອງ​ຕົນ​ເປັນ​ສິ່ງ​ຄ້ຳ​ປະກັນ ​ແລະ ມີ​ວັດທະນະທຳ​ຂອງ​ຕົນ​ເປັນ​​ເສົາຫຼັກ. ສະນັ້ນ, ​ເສັ້ນທາງ​ພັດທະນາ​ຂອງ​ພວກ​ເຮົາ​ບໍ່​ອາດ​ຈະ​ປ່ຽນ​ແປງ ​ແລະ​ກໍ​ບໍ່​ຄວນ​ປ່ຽນ​ແປງ.

​ແຕ່ກໍ​ມີ​ບາງ​ຄົນ​ເຫັນ​ວ່າ, ຖ້າວ່າ​ຈີນ​ເດັດດ່ຽວ​ຍຶດໝັ້ນ​​ເດີນ​ຕາມເສັ້ນທາງຂອງ​ຕົນ​ແລ້ວ ລະຫວ່າງຈີນ​ແລະ​ອາ​ເມ​ລິ​ກາ​ກໍ​ຈະ​ເກີດການ​ເປັນ​ປໍ​ລະ​ປັກ​ກັນ​ຢ່າງ​ແນ່ນອນ. ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ຄື​ການ​ວິນິດ​ໄສທີ່​ຜິດພາດ​ຢ່າງ​ໜັກໜ່ວງຕໍ່​ວັດທະນະທຳ​ດັ້ງ​ເດີມ ​ແລະ ​ເປົ້າໝາຍທີ່ເປັນ​ຈິງຂອງ​ຈີນທັງ​ນັ້ນ. ​ໃນ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ໄດ້​ລະບຸ​ວ່າ: ຈີນ​ຈະ​ສືບ​ຕໍ່​ເດັດດ່ຽວ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຕົນ ​​ແລະຈີນ​ຈະ​ບໍ່​ສະ​ແຫວ​ງຫາ​ການ​ພັດທະນາ​ຕົນ​ໂດຍຖື​ເອົາ​ການສະຫຼະຜົນ​ປະ​ໂຫຍ​ດປະ​ເທດ​ອື່ນ​ເປັນ​ຄ່າ​ຕອບ​ແທນ.

ຕໍ່​ກໍລະນີ​ທີ່​ບາງ​ຄົນ​ໄດ້​​ມະ​ໂນ​ພາບ​ໃໝ່ທີ່​ເອີ້ນ​ວ່າ "ກຳລັງ​ອັນ​ແຫຼມຄົມ" (Sharp Power) ​ເນື່ອງ​ຈາກ​ເກີດ​ຄວາມ​ສົງ​ໄສ ​ແລະ ​ເປັນ​ຫ່ວງ​ຕໍ່​ວັດທະນະທຳ​ຈີນ​ນັ້ນ ທ່ານ​ຊຸ່ນທ່ຽນ​ຄ໋າຍ ກ່າວ​ວ່າ: ຖ້າວ່າ​ພວກ​ເຂົາ​ເຂົ້າ​ໃຈຫົວ​ກະທິ​ໃນ​ວັດທະນະທຳ​ຈີນ​ຢ່າງ​ແທ້​ຈິງ, ​ເຂົ້າ​ໃຈ​ທັດສະນະ​ດ້ານ​ການ​ພັດທະນາ​ແລະ​ເປົ້າໝາຍ​ການ​ພັດທະນາ​ຂອງ​ຈີນ​ຢ່າງ​ຖືກຕ້ອງ​ແທ້​ຈິງ ​ແລະ ​ໄດ້​ເຫັນ​ການ​ປະກອບສ່ວນ​ຂອງ​ຈີນ​ທີ່​ມີ​ຕໍ່​ພາລະກິດ​ຮ່ວມ​ຂອງມວນ​ມະນຸດ​ດ້ານ​ສັນຕິພາບ​ແລະ​ການ​ພັດທະນາ​ແລ້ວ, ພວກ​ເຂົາ​ກໍ​ຄວນ​​ເຫັນໄດ້ວ່າ ການ​ປະກອບສ່ວນ​ຂອງ​ຈີນ​ບໍ່​ແມ່ນ​ສິ່ງ​ທີ່​ເອີ້ນ​ວ່າ "ກຳລັງ​ອັນ​ແຫຼມຄົມ", ​ແຕ່​ແມ່ນ "ການ​ເລືອກ​ໃໝ່, ກຳລັງ​ດ້ານ​ສະຕິ​ປັນຍາ ​ແລະ ພະລັງ​ທີ່​ສ້າງສັນ". ການ​ພັດທະນາ​ຂອງ​ຈີນ​ໄດ້​ພິສູດ​ແລ້ວ​ວ່າ ​ໃນ​ໂລກ​ນີ້​ບໍ່​ແມ່ນ​ມີ​ພຽງເສັ້ນທາງ​ດຽວ​ເທົ່າ​ນັ້ນ ປະ​ເທດ​ຕ່າງໆ ​ກໍ​ສາມາດ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຕົນ. ຂະນະ​ທີ່​ຈີນ​ສະ​ເໜີ​ໃຫ້​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ສ້າງ​ການ​ພົວພັນ​ສາກົນ​ແບບ​ໃໝ່ ​ແລະ​ອື່ນໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະຕິ​ປັນຍາ​ຂອງ​ຈີນສຳລັບ​ບັນຫາ​ທີ່​ວ່າ "ມະນຸດ​ເຮົາ​ຄວນ​ເດີນ​ໄປ​ຕາມ​ເສັ້ນທາງ​ຄື​ແນວ​ໃດ​ໃນ​ສະຕະວັດ​ທີ 21"  ​ແລະ ຈີນປະກອບສ່ວນ​ຕໍ່​ປະຊາ​ຄົມ​ໂລກ​ນັ້ນ ຄື ພະລັງທີ່ສ້າງສັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ