ຢາງ​ພາລາ​ໃນ​ຕະຫຼາດ​ໂລກ​ຂຶ້ນລາຄາ 10%
2018-02-07 16:01:15  cri 

ໜັງສືພິມ "ຊິງ​ຊຽນລາຍ​ວັນ" ຂອງ​ໄທ ລາຍ​ງານ​ວ່າ: ກົມ​ຄຸ້ມ​ຄອງ​ຢາງພາລາ​ໄທ(RAOT) ​​ເປີດ​ເຜີຍ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ ຈາກ​ການ​ຮ່ວມ​ມື​ລະຫວ່າງ​ໄທ, ມາ​ເລ​ເຊຍ ​ແລະ ອິນ​ໂດ​ເນ​ເຊຍ ລາຄາ​ຢາງພາລາ​ໃນ​ຕະຫຼາດ​ໂລກ ​ໄດ້​ຈາກ 1,4 ​ໂດ​ລາ​ສະຫະລັດຕໍ່​ໜຶ່ງ​ກິ​ໂລ ​ເພີ່ມ​ຂຶ້ນ​ 10% ເປັນ 1,55 ​ໂດ​ລາ​ສະຫະລັດ​ຕໍ່​ໜຶ່ງ​ກິ​ໂລ.

ຂະນະ​ທີ່​ລາຄາ​ຂອງ​ຢາງ​ພາລາ​ພາຍ​ໃນ​ປະ​ເທດ​ໄທ ກໍ​ໄດ້​ຈາກ 44-45 ບາດ​ຕໍ່ໜຶ່ງ​ກິ​ໂລ ​ເພີ່ມ​ຂຶ້ນ​ເປັນ 47,15 ບາດ​ຕໍ່​ໜຶ່ງ​ກິ​ໂລ. ​ໃນ​ຕໍ່ໜ້າ, ສະພາ​ມົນຕີ​ຢາງພາລາ​ສາມ​ຝ່າຍ​ສາກົນ​ອາດ​ຈະ​ເຊື້ອ​ເຊີນ​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ໃໝ່ ​ເພື່ອ​ຈະ​ໄດ້​ສິດ​ກຳນົດລາຄາ​ໃນ​ຕະຫຼາດ​ໂລກຫຼາຍຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ