ຕວກ​ກີ​ຈະເປີດກວ້າງຂອບ​ເຂດ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ຊີ​ຣີ
2018-02-07 11:19:45  cri 
ວັນ​ທີ 6 ກຸມ​ພາ​ນີ້, ທ່ານ ຣີ​ຊິບ ໄຕ​ຢິບ ເອີ​ໂດ​​ກັນ ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ກ່າວ​ວ່າ: ກອງ​ທັບ​ຕວກ​ກີ​ຈະ​ເປີດກວ້າງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ພາກ​ເໜືອ​ປະ​ເທດ​ຊີ​ຣີ,ເພື່ອ​ເຂົ້າ​ສູ່​ເຂດ​ມານ​ບີ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ອັ​ຟ​ຣິນ.

ທ່ານ ຣີ​ຊິບ ໄຕ​ຢິບ ເອີ​ໂດ​ກັນ ກ່າວປາ​ໄສ​ຢູ່​ລັດ​ຖະ​ສະ​ພາ​ໃນ​ມື້​ດັ່ງ​ກ່າວ ໂດຍ​ກ່າວ​ປະ​ນາມ​ຕໍ່​ອາ​ເມ​ລິ​ກາທີ່​ສະ​ໜັບ​ສະ​ໜູນ "ກອງ​ທະ​ຫານ​ປ້ອງ​ກັນ​ປະ​ຊາ​ຊົນ"ແລະ​ກຸ່ມ​ປະ​ກອບ​ອາ​ວຸດ​​ເຄີດ​ອື່ນໆ​ເຂົ້າ​ໄປ​ເຂດ​ມານ​ບີ. ທ່ານ​ກ່າວ​ວ່າ: ກອງ​ທັບ​ຕວກ​ກີ​ຈະ​ເຂົ້າ​ໄປ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ເຂດ​ມານ​ບີ.

ທ່ານ ຣີ​ຊິບ ໄຕ​ຢິບ ເອີ​ໂດ​ກັນ ກ່າວ​ຕື່ມ​ວ່າ: ນັບ​ແຕ່​ໄດ້ມີ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ທີ່​ເປັນ​ສັນ​ຍະ​ລັກ​ແຫ່ງ​ສັນ​ຕິ​ພາບຢູ່​ພາກ​ເໜືອ​ປະ​ເທດ​ຊີ​ຣີ​ໃນ​ເດືອນ​ມັງ​ກອນປີ​ນີ້​ເປັນ​ຕົ້ນ​ມາ, ສາ​ມາດ​ດັບ​ສູນ​ຜູ້​ປະ​ກອບ​ອາ​ວຸດ​ໄດ້ 1.000 ກວ່າ​ຄົນ​​ແລະກອງ​ທັບ​ຕວກ​ກີ​​ກໍ່ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອັ​ຟ​ຣິນ​ຂອງ​ຊີ​ຣີ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ