ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ​ຈະເຊື່ອມ​ຕໍ່​ຕະ​ຫຼາດ​ຫຸ້ນ
2018-02-07 16:27:35  cri 
ວັນ​ທີ 6 ກຸມ​ພາ​ນີ້, ທ່ານ ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ປະ​ກາດ​ວ່າ: ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ​ຈະ​ສ້າງ​ກົນ​ໄກ​ການ​ເຊື່ອມ​ຈອດ​ຕະ​ຫຼາດ​ຫຸ້ນ​ລະ​ຫວ່າງ​ສອງ​ປະ​ເທດ,ເພື່ອ​ຊຸກ​ຍູ້​ການ​ລົງ​ທຶນ.

ທ່ານ ນາ​ຈິບ ຕຸນ ຣາ​ຊັກ ກ່າວ​ໃນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​​ຫົວ​ຂໍ້​ສະ​ເພາະ​ທີ່​ຈັດ​ຂຶ້ນ​ຢູ່​ຄະ​ນະ​ກຳ​ມະ​ການ​ຫຼັກ​ຊັບ​ມາ​ເລ​ເຊຍ​ໃນ​ມື້​ດັ່ງ​ກ່າວ ໂດຍ​ຮ່ວມ​ກັບ​ທ່ານ ລີ​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ, ຕະ​ຫຼາດ​ຫຸ້ນ​ຂອງ​ສອງ​ປະ​ເທດ​ໄດ້​ພັດ​ທະ​ນາ​ຂຶ້ນ​ຮອດ​ລະ​ດັບ​ທີ່​ເໝາະ​ສົມ​ໃນ​ການ​ສ້າງ​ກົນ​ໄກ​ການ​ເຊື່ອ​ມ​ຈອດ​ກັນ.

ທ່ານ ນາ​ຈິບ ກ່າວ​ວ່າ: ​ຕະ​ຫຼາດ​ຫຼັກ​ຊັບ​ທີ່​ກ່ຽວ​ພັນ​ເຖິງກົນ​ໄກ​ດັ່ງ​ກ່າວ​ລວມ​ມີ​ວິ​ສາ​ຫະ​ກິດ 1.600 ກວ່າ​ແຫ່ງ ເຊິ່ງມີ​ມູນ​ຄ່າ​ເຖິງ 1.200 ຕື້​ໂດ​ລາ​ສະ​ຫະ​ລັດ. ກົນ​ໄກ​ໃໝ່​ຈະ​ສະ​ໜອງ​ທາງ​ເລືອກ​ດ້າ​ນ​ການ​ລົງ​ທຶນໃຫ້​ແກ່​ນັກ​ລົງ​ທຶນຫຼາຍກວ່າ​ເກົ່າ​ ​ ຊຸກ​ຍູ້​ການ​ຄ້າ​ແລະ​ລະ​ດັບຄວາມ​ຄຶກ​ຄັກ​ຂອງ​ຕະ​ຫຼາດ​ ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ