ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ເນັ້ນວ່າ​​ສັນ​ຍາ​​ອາ​ວຸດ​ນິວ​ເຄ​ລຍແມ່ນ​ດັດ​ແກ້ບໍ່​ໄດ້
2018-02-07 17:01:44  cri 
ຕາມ​ຂ່າວCRI: ​ເວ​ລາ 16 ໂມງ​ຂອງວັນ​ທີ 6 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ຢູ່​ນະ​ຄອນ​ຫຼວງ​ເຕ​ເຮ​ລານ, ທ່ານ ຮັ​ສ​ຊານ ຣຸ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ຈັດກອງ​ປະ​ຊຸມ​ຖະແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ເຊິ່ງ​ໄດ້​ດຶງ​ດູດ​ນັກ​ຂ່າວ​​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ 200 ກວ່າ​ຄົນ​ເຂົ້າ​ຮ່ວມ, ທ່ານ ຣຸ​ຮາ​ນີ​ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ທີ່​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ດັດ​ແກ້​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ, ທ່ານ ຣຸ​ຮາ​ນີ ກ່າວ​ວ່າ: ນັບ​ແຕ່​ທ່ານ ໂດ​ນັນ ທ​ຣຳ ​ເລີ່ມບໍ​ລິ​ຫານ​ການ​ເມືອງ​ຢູ່​ທຳ​ນຽບ​ຂາວ​ 1 ປີ​ຜ່ານ​ມາ, ບໍ່​ໄດ້​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​​ຂອງ​ຕົນທີ່​ຈະ​ຍົກ​ເລີກ​ສັນ​ຍາ​ດັ່ງ​ກ່າວ​ທີ່​ກ່າວ​ໃນ​ໄລ​ຍະ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ເຊິ່ງ​ນີ້​ໄດ້​ຢືນ​ຢັນ​ພະ​ລັງ​ຊີ​ວິດ​ທີ່​ເຂັ້ມ​ແຂງ​ຂອງ​ສັນ​ຍາ​ດັ່ງ​ກ່າວ. ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ບໍ່​​ອະ​ນຸ​ຍາດ​ໃຫ້ເຈ​ລະ​ຈາ​ຄືນ​ໃໝ່​ແລະ​ດັດ​ແກ້​ ແລະກໍ່​ບໍ່​ສາ​ມາດ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ອື່ນໄດ້. ທ່ານ​ກ່າວ​ຕື່ມ​ວ່າ:ອະ​ນາ​ຄົດ​ຂອງ​ສັນ​ຍາ​ດັ່ງ​ກ່າວ​ຍັງ​ບໍ່​ແນ່​ນອນ​ເທື່ອ,ແຕ່​ອີ​ຣານ​ຈະ​ບໍ່​ເປັນ​ຜູ້​ລະ​ເມີດ​ສັນ​ຍາ​ຜູ້​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ