ການ​ຊອກ​ຄົ້ນ​ຫາຍົນ​ໂດຍສານ​ຖ້ຽວ​ບິນ MH370 ຍັງ​ດຳ​ເນີນ​ຢູ່
2018-02-08 13:38:07  cri 

ທ່ານ​ລຽວຕົ່ງ​ໄລ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍ ຢືນຢັນ​ໃນ​ວັນ​ທີ 7 ກຸມພາ​ນີ້​ວ່າ: ​​ເຮືອ​ "​ໂອ​ເຊິ​ນອິນ​ຟີ​ນີຕີ" ຈາກ​ບໍລິສັດ​ສຳຫຼວດພື້ນ​ທະ​ເລ​ອາ​ເມ​ລິ​ກາ ທີ່​ພວມຊອກ​ຄົ້ນຫາຍົນ​ໂດຍສານ​ຖ້ຽວ​ບິນ MH370 ນັ້ນບໍ່​ໄດ້​ຫາຍ​ສາບ​ສູນ ​ແລະ ປັດຈຸບັນ​ຍັງ​ສືບ​ຕໍ່​ຊອກ​ຄົ້ນຢູ່.

​ເຮືອ​ລຳ​ດັງ​ກ່າວ​ໄດ້​ເລີ່​ມສືບ​ຕໍ່​ຊອກ​ຄົ້ນຫາຍົນ​ໂດຍສານ​ຖ້ຽວ​ບິນ MH370 ​ໃນ​ເດືອນ​ມັງກອນ​ປີ​ນີ້ ​ແຕ່​ສື່​ມວນ​ຊົນ​ລາຍ​ງານ​ວ່າ ​ເຮືອ​ລຳ​ດັ່ງກ່າວ​ໄດ້​ຫາຍ​ສາບ​ສູນ​ໃນ​ທ້າຍ​ເດືອນ​ຜ່ານ​ມາ​ເປັນ​ເວລາ 3 ມື້​ຢ່າງ​ກະທັນຫັນ ​ແຕ່​ທ່ານ​ລຽວຕົ່ງ​ໄລ ຢືນຢັນວ່າ: ​ເຮືອ​ລຳ​ດັ່ງກ່າວ​ບໍ່​ໄດ້​ຫາຍ​ສາບ​ສູນ, ​ແຕ່​​ໄດ້ກັບ​ຄືນ​ທ່າ​ເຮືອ​ເພື່ອ​ສ້ອມ​ແປງ ​ແລະ ປະກອບ​ເຄື່ອງ​ຈຳ​ເປັນ​ຈຳນວນ​ໜຶ່ງ​ໃສ່​ເຮືອ ສະນັ້ນ, ຈຶ່ງ​ໄດ້​ປິດ​ລະບົບ​ຈຳ​ແນ​ກອັດຕະ​ໂນ​ມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ