ຈີນ​ໄດ້​ຮັບ​ການ​ຍ້ອງຍໍ​ດ້ານການ​ຮັກສາຄວາມ​ສະຫງົບປອດ​ໄພ​ພາຍ​ໃນ​ປະ​ເທດ
2018-02-08 15:23:40  cri 

ຈີນ​ນັບ​ມື້​ນັບຖື​ກຍົກຍ້ອງ​ໃຫ້​ເປັນ​ໜຶ່ງ​ໃນ​ບັນດາປະ​ເທດທີ່​ປອດ​ໄພ​ທີ່​ສຸດ​​ໃນ​ໂລກ ​ແຕ່​ໃນ"​ຕາຕະລາງ​ຈັດ​ອັນ​ດັບ​ຄວາມ​ປອດ​ໄພ​ຂອງ​ໂລກ" ນັ້ນ, ຈີນ​ເປັນ​ປະ​ເທດ​ທີ່​ໃຊ້​ຈ່າຍ​ໃນ​ລະດັບ​ຕ່ຳ​ທີ່​ສຸດ​ໃນ​ໂລກ​ໃນ​ດ້ານ​ການ​ປະກອບ​ກຳລັງ​ຕຳຫຼວດ ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ໃນ​ສັງຄົມປະ​ເທດ​ຕົນ. ຄັນຊັ້ນ, ຈີນ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ​ຮຽບຮ້ອຍ​ດີ ​ແຕ່​ພັດ​ໃຊ້​ກຳລັງ​ຕຳຫຼວດບໍ່ຫຼາຍປານ​ໃດ?

ປີ 2017, ຈີນສືບ​ຕໍ່​ເປັນໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່ມີອັດຕາ​ການ​ເກີດ​ຄະດີ​ຄາດ​ຕະກຳ​ໃນລະດັບ​ຕ່ຳ​ທີ່​ສຸດ​ໃນ​ໂລກ ​ໂດຍ​ຄະດີ​ຕ້ອງ​ໂທດ​ດ້ວຍ​ຄວາມຮຸນ​ແຮງ​ຢ່າງ​ໜັກໜ່ວງ​ໄດ້​ຫຼຸດລົງ 51,8% ​ເມື່ອ​ທຽບ​ໃສ່​ປີ 2012, ປະຊາຊົນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ຄວາມສະຫງົບ​ໃນ​ສັງຄົມ​ໄດ້​ເພີ່ມ​ຂຶ້ນ​ເປັນ 95,55%. ທ່ານ​ຫວາງ​ຕ້າ​ເຫວີຍ ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ຄວາມປອດ​ໄພປະຊາຊົນ​ຈີນ ​ເຫັນ​ວ່າ ບໍ່​ວ່າ​ຈະ​ຕີ​ລາຄາ​ດັດຊະນີ​ຈາກ​ອັດຕະວິ​ໄສ ຫຼື ພາວະ​ວິ​ໄສກໍ​ຕາມ, "ດັດຊະນີ​ຄວາມ​ປອດ​ໄພ" ຂອງ​ສັງຄົມ​​ໃນ​ປະ​ເທດຈີນລ້ວນ​ແຕ່​ຢູ່​ແຖວ​ໜ້າ​ຂອງ​ໂລກ.

ຍັງ​ມີ​ນັກ​ການ​ເມືອງ​ສຳຄັນຫຼາຍປະ​ເທດ ​ແລະ ຜູ້​ຊ່ຽວຊານ​ພາຍ​ໃນ​ແລະ​ຕ່າງປະ​ເທດບໍ່​ໜ້ອຍ ກໍ​ມີ​ທັດສະນະ​ຄື​ກັນ​ກັບ​ທ່ານ​ຫວາງ​ຕ້າ​ເຫວີຍ ​ແລະ​ໄດ້​ມີ​ການ​ຕີ​ລາຄາ​ວ່າ: ການ​ທີ່​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ສັງຄົມ​ມີ​ຄວາມ​ສະຫງົບ​ໂດຍ​ລວມ ​ແມ່ນ​​ເລື່ອງອັດສະຈັນ​ສອງ​ຢ່າງຂອງ​ຈີນ​ທີ່​ສະ​ແດງ​ໃຫ້​ໂລກ​ໄດ້​ຮູ້​ໄດ້ເຫັນ. ຂະນະ​ທີ່​ສິ່ງ​ທີ່​ເປັນ​ເລື່ອງ "ອັດສະຈັນ" ດັ່ງກ່າວນັ້ນ, ມີ​ຄວາມ​ຈິງ​ທີ່​ບໍ່​ຄວນ​ເບິ່ງ​ຂ້າມ​ ນັ້ນກໍ​ຄື ລະດັບ​ການ​ປະກອບ​ກຳລັງ​ຕຳຫຼວດຂອງ​ຈີນ​ຕ່ຳ​ກວ່າ​ລະດັບ​ຂອງ​ໂລກ​ຢ່າງຫຼວງຫຼາຍ ​ແລະ ​ເມື່ອ​ທຽບ​ກັບປະ​ເທດ​ອື່ນໆ​ແລ້ວ, ລາຍ​ຈ່າຍ​ທີ່​ໃຊ້​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ສາທາລະນະ ​ແລະ ຄວາມ​ສະຫງົບ​ໃນ​ສັງຄົມ​ຂອງ​ຈີນ​ກວມ​GDP ກໍ​ຕຳຫຼາຍ.

ປ້າ​ຫວາງ ປີ​ນີ້​ອາຍຸ 71 ປີ, ​ເພິ່ນ​ເປັນ​ຄົນ​ມີ​ຄວາມ​ຫ້າວຫັນ​ໃນ​ການ​ຊ່ວຍ​ຮັກສາ​ຄວາມ​ສະຫງົບ​ຢູ່​ບໍລິ​ເວນ​ລິ້ວ​ຫຼີຖຸນ ເຂດ​ເສົາ​ຢາງ ນະຄອນຫຼວງປັກ​ກິ່ງ. ກ່ອນ​ນີ້​ບໍ່​ດົນ, ປ້າ​ຫວາງ​ໄດ້​ພົບ​ຊາຍ​ໜຸ່ມ​ຄົນໜຶ່ງທີ່​ຫາ​ກໍ​ຍ້າຍ​ມາ​ຢູ່​ເຂດ​ຊຸມ​ຊົນທີ່​ຕົນ​ຊ່ວຍລາດຕະ​ເວນ ​ເຊິ່ງຊາຍ​ໜຸ່ມ​ຄົນ​ນີ້​ແຕ່​ລະ​ມື້​ກໍ​ບໍ່ມີ​ວຽກ​ຫຍັງທີ່​ຈະ​ເຮັດ ​ພຽງແຕ່​ຍ່າງ​ເຂົ້າໆ​ອອກໆ​ເຂດ​ຊຸມຊົນ​ນີ້, ບາງ​ເທື່ອ​ກັບ​ຄືນ​​ເມືອເຮືອນພ້ອມຄົນ​ອື່ນ ​ແລະ ບໍ່​ດົນ​ກໍ​ອອກ​ໄປອີກ. ນອກ​ນີ້, ຊາຍ​ໜຸ່ມ​ທີ່ຢູ່​ຜູ້​ດຽວຄົນ​ນັ້ນ ​ຍາມໃດ​ກໍ​ສັ່ງ​ຊື້ອາຫານ​ໃຫ້​ເພື່ອຫຼາຍຄົນ. ​ເມື່ອ​ເຫັນ​ແນວ​ນັ້ນ, ປ້າ​ຫວາງ ກໍ​ລາຍ​ງານ​ຕໍ່​ ຕຳຫຼວດປະຈຳ​ເຂດ​ຊຸມ​ຊົນທັນທີ. ຂະນະ​ທີ່​ເມື່ອ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ສືບສວນ-ສອບ​ສວນ​ຢ່າງ​ລະອຽດ​ແລ້ວ ກໍ​ສາມາດ​ຮື້​ຖອນກຸ່ມ​​ແກງ​ຄ້າ​ປະ​ເວ​ນີທີ່​ປະກອບ​ດ້ວຍ​ຊາຍ​ໜຸ່ມ​ຄົນ​ນັ້ນພ້ອມ​ສາວຂາຍ​ປະ​ເວ​ນີ 6 ຄົນ​ໄດ້​ຢ່າງ​ສຳ​ເລັດ.

ມີຂ່າວ​ລາຍ​ງານ​​ວ່າ ​ມາ​ຮອດ​ທ້າຍ​ປີ 2017, ປະຊາຊົນຜູ້​ມີ​ຄວາມ​ຫ້າວຫັນ​ໃນ​ການ​ເຂົ້າຮ່ວມ​ການ​ຮັກສາ​ຄວາມ​ສະຫງົບ​ຂອງ​ສັງຄົມ​ຢູ່​ເຂດ​ເສົາ​ຢາງ ນະຄອນຫຼວງປັກ​ກິ່ງ​ທີ່​ໄດ້​ຈົດ​ທະບຽນ​ນັ້ນມີ​ເຖິງ 140.000 ກວ່າ​ຄົນ​ແລ້ວ ​ໂດຍ​ມີ​ເກືອບ 300 ຄົນສະ​ເລ່ຍຕໍ່ໜຶ່ງ​ກິ​ໂລ​ຕາ​ແມັດ ​ແລະ​ຖືກ​ເອີ້ນ​ວ່າ​ເປັນ "ປະຊາຊົນ​ເສົາ​ຢາງ".

ນອກຈາກ​ມີ "ປະຊາຊົນ​ເສົາ​ຢາງ" ທີ່​ມີ​ຊື່​ສຽງ​ແລ້ວ, ຜົນການຄົ້ນຄວ້າ​ວິທະຍາສາດ-​ເຕັກນິກ​ຈຳນວນ​ໜຶ່ງ ​ເປັນຕົ້ນ ລະບົບ "ທ່ຽນ​ຫວາງ", ຍົນ​ບໍ່​ມີ​ຄົນ​ຂັບ, ​ ຖານ​ຂໍ້​ມູນ​ໃຫຍ່(Big data) ແລະອື່ນໆ ກໍ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂອງ​ຕຳຫຼວດ ​ເຊິ່ງບໍ່​ພຽງ​ແຕ່​ເປັນ​ການ​ນາບ​ຂູ່​ຕໍ່​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ເຮັດ​ໃຫ້​ປະຊາຊົນຮູ້ສຶກ​ມີ​ຄວາມ​ປອດ​ໄພ​ກວ່າ​ເກົ່າ​ອີກ​ດ້ວຍ. ຂະນະ​ດຽວ​ກັນ, ​​ເຈົ້າໜ້າ​ທີ່​ຕຳຫຼວດມີ​ຄວາມ​ສາມາດ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ, ການ​ເຮັດ​ວຽກ​ກໍ​ຕິດ​ແທດ​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນຫຼາຍກວ່າ​ເກົ່າ ​ແລະ ການ​ປະຕິບັດ​ກົດໝາຍ​ຂອງ​ຕຳຫຼວດກໍເປັນລະບຽບແບບແຜນກວ່າເກົ່າ. ທ່ານຫວາງຕ້າເຫວີຍ ກ່າວວ່າ: ຄຽງຄູ່ກັບຄວາມສາມາດຂອງເຈົ້າໜ້າທີ່ ແລະ ອຸປະກອນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ, ຈີນກໍມີທັດສະນະຕໍ່ວຽກງານຕຳຫຼວດ​ແບບ​ປະດິດ​ສ້າງ​ໃໝ່ ​ແລະ​ຮ່ວມ​ກັບ​ທັດສະນະ​ແຫ່ງ​ການ​ສ້າງ​ກຳລັງ​ຕຳຫຼວດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ວິທະຍາ​ສາດ-​ເຕັກນິກ ​ແລະ ​ແນວທາງ​ປະຊາ​ຊົນ​ເປັນຕົ້ນ ປະກອບ​ເປັນ "ອາວຸດ​ລັບ" ຂອງ​ຈີນ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ໃນ​ສັງຄົມ​ໂດຍ​ລວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ