ຜູ້​ຕາ​ງ​ໜ້າ​ປະ​ເທດ​ສະ​ມາ​ຊິກ​​ສັນ​ຍາ RCEP ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຮອບທີ 21 ຢູ່​ອິນ​ໂດ​ເນ​ເຊຍ
2018-02-08 15:46:42  cri 
ສຳ​ນັກ​ຂ່າວ​ສານອານ​ຕາ​ຣາ​ຂອງ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ​ກາ​ນ​ຄ້າ​ຫຼື​ຜູ້​ຕາງ​ໜ້າ​ຂອງ​ 16 ປະ​ເທດ​ສະ​ມາ​ຊິກ​ສັນ​ຍາ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານໃນພາກ​ພື້ນ​ຫຼື RCEP ​ໄດ້​ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຮອບ​ທີ 21 ຢູ່​ໂຢ​ມາ​ຢາ​ກາ​ປະ​ເທດ​ອິນ​ໂດ​ເນ​ເຊຍ.

ທ່ານ ເອັງ​ກາ​ເຕຍ​ສ​ໂຕ ລູ​ກີ​ຕາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ:​ ບັນ​ດາຜູ້​ຕາງ​ໜ້າ​ເຫັນ​ວ່າ​ການ​ເຈ​ລະ​ຈາກ່ຽວ​ກັບ​ສັນ​ຍາ RCEP ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ໃຫຍ່​ຫຼວງ,ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ​ພາຍ​ໃນ​ປີ​ນີ້.

RCEP ທີ່​ຖື​ວ່າ​ເປັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຄ້າ​ເສ​ລີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ເພາະ​ໄດ້​ປົກ​ຄຸມ​ປະ​ຊາ​ກອນ​ເກືອບ​ເຄິ່ງ​ໜຶ່ງ​ຂອງ​ໂລກ,ລວມຍອດຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ປະ​ເທດ​ເຫຼົ່າ​ນີ້​ມີ​ເຖິງ 23.800 ຕື້ໂດ​ລາ​ສະ​ຫະ​ລັດ. ສັນ​ຍາ​ດັ່ງ​ກ່າວ​ເປັນ​ໜຶ່ງ​ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ຄ້າ​ເສ​ລີ​ທີ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​ອິນ​ໂດ​ເນ​ເຊຍ​ຫຼາຍ​ທີ່​ສຸດ ເຊິ່ງ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ສົ່ງ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ເທົ່າ​ນັ້ນ ​ແຕ່ຍັງ​ຈະສາ​ມາດ​ດຶງ​ດູດ​ທຶນ​ຮອນ​ໃຫ້​ຫຼາຍກວ່າ​ເກົ່າ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ