ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນຕອບ​ໂຕ້​ກ່ຽວ​ກັບ​​ບໍ​ລິ​ສັດ Mercedes-Benz ຕັດ​ປ້າຍ​ໂຄ​ສະ​ນາ​ລົດ​ທີ່​ມີ​ສ່ວນ​​ພົວ​ພັນ​ເຖິງ​ຄຳ​ເວົ້າ​ຂອງ ດາ​ໄລ ລາ​ມາ ຖິ້ມ
2018-02-08 15:47:25  cri 
ຕາມ​ຂ່າວCRI: ກ່ຽວ​ກັບ​ເລື່ອງ​ທີ່ບໍ​ລິ​ສັດ Mercedes-Benz ​ຕັດ​ປ້າຍ​ໂຄ​ສະ​ນາ​ລົດ​ທີ່​ມີ​ສ່ວນ​​ພົວ​ພັນ​ເຖິງ​ຄຳ​ເວົ້າ​ຂອງ​ ດາ​ໄລ ລາ​ມາ ຖິ້ມ, ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 7 ກຸມ​ພາ​ນີ້, ທ່ານ​ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຮູ້​ແກ້​ຄວາມ​ຜິດ​ຂອງ​ຕົນ​ແມ່ນ​ເຫດ​ຜົນ​ໂດຍ​ພື້ນ​ຖານຂອງ​ມະ​ນຸດ​ແລະ​ການ​ເຮັດວຽກ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດຕ່າງ​ປະ​ເທດ​ສືບ​ຕໍ່​ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຈີນ.

ຂ່າວ​ແຈ້ງວ່າ,ໃນ​ວັນ​ທີ 5 ກຸມ​ພາ​ນີ້, ບໍ​ລິ​ສັດ Mercedes-Benz ໄດ້​ເປີດ​ເຜີຍ​ປ້າຍ​ໂຄ​ສະ​ນາ​ພາບ​ໜຶ່ງ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ທາງ​ການ ໂດຍໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ ດາ​ໄລ ລາ​ມາ​ມາ​ເປັນ​ຄຳ​ໂຄ​ສະ​ນາ, ຫຼັງ​ຈາກ​ນັ້ນ​ໃນ​ວັນ​ທີ 6 ກຸມ​ພາ​ນີ້, ບໍ​ລິ​ສັດ Mercedes-Benz ໄດ້​ສະ​ແດງ​ຄວາມ​ຂໍ​ໂທດ​ຜ່ານ​ທາງ​ສື່​​ສັງ​ຄົມອອນ​ລາຍ ແລະ​ໄດ້​ຕັດ​ຖິ້ມ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​​​ທັນທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ