ເດືອນ​ກຸມ​ພາ​ປີ​ນີ້ ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ສິນ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີນ​ເພີ່ມ​ຂຶ້ນຫຼາຍກວ່າ 16%
2018-02-08 16:51:05  cri 
ກົມ​ໃຫຍ່​ພາ​ສີ​ຈີນ​ໄດ້​ເປີດ​ເຜີຍຂໍ້​ມູນ​ໃນ​ວັນ​ທີ 8 ກຸມ​ພາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ເດືອນ​ມັງ​ກອນ​ປີ 2018, ຍອດ​ມູນ​ຄ່າ​ການ​ຄ້າສິນ​ຄ້າ​ຂອງ​ຈີນ​ໄດ້​ຫຼາຍກວ່າ 2.500 ຕື້ຢວນ,ເພີ່ມ​ຂຶ້ນ​ຫຼາຍກວ່າ 16% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ການ​ນຳ​ເຂົ້າ​ສິນ​ຄ້າ​ມີ​ມູນ​ຄ່າ​ເຖິງ​ປະ​ມານ 1.200 ຕື້ຢວນ, ເພີ່ມ​ຂຶ້ນ 30% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ການ​ສົ່ງ​ອອກມີປະ​ມານ 1.300 ຕື້ຢວນ,​ການໄດ້​ປຽບ​ດຸນ​ການ​ຄ້າ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ.

ເບິ່ງ​ຈາກ​ຈຸດ​ພິ​ເສດ​ການ​ຄ້າ​ສິນ​ຄ້າ​ຕ່າງ​ປະ​ເທດ​ແລ້ວ,​ແລ້ວ​ເຫັນ​ວ່າການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ສິນ​​ຄ້າ​ທົ່ວ​ໄປໄດ້​ເພີ່ມ​ຂຶ້ນ​ແລະ​ມີ​ມາດ​ຕາ​ສ່ວນ​ເພີ່ມ​ຂຶ້ນ; ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຕໍ່​ຕະ​ຫຼາດ​ຂອງ​ເອີ​ຣົບ,ອາ​ເມ​ລິ​ກາ,ຍີ່​ປຸ່ນ,ອາ​ຊຽນ​ແລະ​ຕະ​ຫຼາດ​ອື່ນໆ​ໄດ້​ເພີ່ມ​ຂຶ້ນ,ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຕໍ່​ປະ​ເທດ​​ລຽບຕາມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ສູງກວ່າສະ​ພາບ​ໂດຍ​ລວມ;​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງວິ​ສາ​ຫະ​ກິດ​ເອ​ກະ​ຊົນ,ວິ​ສາ​ຫະ​ກິດ ​ຕ່າງ​ປະ​ເທດ​ແລະ​ລັດ​ວິ​ສາ​ຫະ​ກິດ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ;ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກົນ​ຈັກ​ແລະ​ໄຟ​ຟ້າ​ເພີ່ມ​ຂຶ້ນ,​​ການ​ສົ່ງ​ອອກເຄື່ອງ​ນຸ່ງ​ແລະຜະ​ລິດ​ຕະ​ພັນ​​ແຜ່ນ​ແພ​ແລະ​​ຜະ​ລິດ​ຕະ​ພັນ​ທີ່​ຕ້ອງ​ການ​ແຮງ​ງານ​ໂຮມ​ສູນ​ແບບ​ດັ້ງ​ເດີມ​ອື່ນໆ​ໄດ້​ຫຼຸດ​ລົງ;​​ປະ​ລິ​ມານການ​ນຳ​ເຂົ້າແຮ່​ເຫຼັກ,ນ້ຳ​ມັນ​ດິບ,ໝາກ​ຖົ່ວ​ເຫຼືອງ​ແລະ​ສິນ​ຄ້າ​ລາຍ​ໃຫຍ່​ຕົ້ນ​ຕໍ​ໄດ້​ເພີ່ມ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ