ຈັດ​ພິ​ທີ​ຊັກ​ທຸງ​ຊາດ​ຈີນ​ຂຶ້ນ​ຢູ່​ບ້ານ​ໂອ​ລິມ​ປິກ
2018-02-08 16:37:35  cri 

 

ຕອນ​ເຊົ້າ​ວັນ​ທີ 7 ກຸມ​ພາ​ນີ້, ຄະ​ນະ​ຜູ້​ແທນ​​ແລະ​ນັກ​ກິ​ລາ​ຈີນ​ທີ່​ເຂົ້າ​ຮ່ວມງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ 2018 ​ໄດ້​ຈັດ​ພິ​ທີ​ຊັກ​ທຸງ​ຊາດ​ຈີນ​ຂຶ້ນ​ຢູ່​​ບ້ານ​ໂອ​ລິ​ມ​ປິກ​ກັງ​ເນັງ​ປະ​ເທດ​ ສ​ ເກົາ​ຫຼີ. ນັກ​ກິ​ລາ​ຈີນ​ໄດ້​ກຽມ​ພ້ອມ​ແລ້ວເພື່ອ​​ສ້າງ​ຜົນ​ງານ​ທີ່​ດີ​ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້.

ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ຄັ້​ງ​ນີ້, ຈີນ​ໄດ້​ສົ່ງ​​ນັກ​ກິ​ລາ 82 ຄົນ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ 55 ລາຍ​ການ​ໃນ 5 ປະ​ເພດ​ກິ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ