ຮອດ​ປີ 2020 ​ ຈີນ​ຈະ​ມີ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່ 6 ແສນ​ຄັນ
2018-02-08 16:38:51  cri 
ຕາມ​ຂ່າວ CRI: ວັນ​ທີ 7 ກຸມ​ພາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ລິວສຽວ​ມິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຄົມ​ມະ​ນາ​ຄົມແລະ​ຂົນ​ສົ່ງ​ຈີນ​ກ່າວ​ວ່າ, ຈີນ​ພວມເລັ່ງ​ຄັດ​ເລືອກ​ລົດ​ຂົນ​ສົ່ງ​ລຸ້ນ​ເກົ່າ​ທີ່​ໃຊ້​ພະ​ລັງ​ງານ​ຫຼາຍ​ແລະ​​ປ່ອຍ​ມົນ​ລະ​ພິດ​ຫຼາຍ​ອອກ​ຈຳ​ນວນ​ໜຶ່ງ, ​ເພື່ອສົ່ງ​ເສີມ​ໃຫ້​ນຳ​ໃຊ້​ລົດ​ພະ​ລັງ​ງານ​ໃໝ່​​ໃນ​ຂົງ​ເຂດ​ລົດ​ເມ, ລົດ​ຕັກ​ຊີ​ແລະ​ລົດ​ຂົນ​ສົ່ງ​ສິນ​ຄ້າ. ແລະ​ຄາດ​ວ່າຮອດ​ປີ 2020, ​ຂະ​ແໜງ​ການ​ຂົນ​ສົ່ງ​ຂອງຈີນ​ຈະ​ມີ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່ 6 ແສນ​ຄັນ.

ຂ່າວ​ແຈ້ງວ່າ, ມາ​ຮອດ​ທ້າຍ​ປີ 2017, ຈີນ​ມີ​ລົດ​ເມ​ໃຊ້​ພະ​ລັງ​ງານ​ໃໝ່​ໄດ້​ບັນ​ລຸ​ເຖິງ 2 ແສນ​ຄັນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ