ຈີນ​ແລະ​ອາ​ຊຽນ​ຈະ​ຮ່ວມ​ກັນ​ປຶກ​ສາ​ຫາ​ລືເນື້ອ​ໃນ​ຂອງ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ຢ່າງ​ຕັ້ງ​ໜ້າ
2018-02-08 16:41:55  cri 
​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ກຸມ​ພາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​ກ່າວ​ວ່າ​ຈີນ​ແລະ​ອາ​ຊຽນ​ບໍ່​ສາ​ມາດ​ສຳ​ເລັດ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ພາຍ​ໃນ​ປີ​ນີ້, ຈີນ​​ກໍ​ມີ​ຄວາມ​ເຫັນ​ຄື​ກັນ​ບໍ່?

ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ໃນ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ, ຜູ້​ນຳ​ຈີນ​ແລະ​ອາ​ຊຽນ​ໄດ້ບັນ​ລຸຄວາມ​ເປັນ​ເອ​ກະ​ພາບ​ສຳ​ຄັນ​ກ່ຽວ​ກັບ​ການ​ປຶກ​ສາ​ຫາ​ລື​ເນື້ອ​ໃນ​ຂອງ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້". ໂດຍ​ຜ່ານ​ການ​ປຶກ​ສາ, ຈີນ​ແລະ​ອາ​ຊຽນ​ຈະ​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສົມ​ຄັ້ງ​ທີ 23 ​ກ່ຽວ​ກັບ "​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ຢູ່​ນະ​ຄອນ​ງາ​ຈາງ​ປະ​ເທດ​ຫວຽດ​ນາມແຕ່​ວັນ​ທີ 1 ຫາ​ວັນ​ທີ 2 ມີ​ນາ​​ປີ​ນີ້. ນີ້​ແມ່ນກອງ​ປະ​ຊຸມ​ກົນ​ໄກ​ຄັ້ງ​ທຳ​ອິດ​ໃນ​ປີ 2018, ຝ່າຍ​ຕ່າງໆ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຫຼາຍ​ຫົວ​ຂໍ້​ລວມ​ທັງ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້". ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຜູ້​ນຳແລະ​ຮ່ວມ​ກັບ​ອາ​ຊຽນ, ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບເນື້ອ​ໃນ​ຂອງ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້", ຮ່ວມ​ກັນ​ສ້າງ​ໂຄງ​ຮ່າງ​ກົດ​ຂໍ້​ກຳ​ນົດ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ພາກ​ພື້ນ​ແລະ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ