ຈີນຫວັງ​ວ່າສາຍ​ພົວພັນ​ອາ​ເມ​ລິ​ກາ ​ແລະ​ ສປປ ​ເກົາຫຼີຈະ​ໄດ້​​ຮັບ​ຄວາມ​ກ້າວໜ້າ​ເປັນ​ຢ່າງ​ດີ
2018-02-08 17:47:37  cri 
ຕາມ​ຂ່າວCRI: ມໍ່ໆ​ມາ​ນີ້, ສະພາບ​ການຢູ່​ແຫຼມ​ເກົາຫຼີ​ມີ​ຄວາມໂຍະຍານຢ່າງ​ໜ້າ​ພໍ​ໃຈ, ສປປ ​ເກົາຫຼີ ​ແລະ​ ສ ​ເກົາຫຼີ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຫຼາຍ​ເທື່ອ​​ໂດຍ​ຖື​ໂອ​ກາດ​ງານ​ໂອ​ແລມປິກ​ລະ​ດູ​ໜາວ​ພຽງ​ຊາງ, ​ແຕ່​ໃນ​​ໄລຍະ​ງານ​ໂອ​ແລມປິກ​ນີ້, ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີອາດ​ຈະ​​ດຳ​ເນີນ​ການ​ເຈລະຈາຫຼືບໍ່? ຕໍ່​ບັນຫາ​ດັ່ງກ່າວ, ທ່ານ​​ເກີ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ປັດຈຸບັນ​ນີ້, ສະພາບ​ການຢູ່​ແຫຼມ​ເກົາ​ຫຼີ​ມີ​ຄວາມ​ໂຍະ​ຍານ​ທີ່​ຫາ​ຍາກຫຼາຍ, ການ​ເຈລະຈາ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ສປປ ​ເກົາ​ຫຼີ​​ໂດຍ​ກົງຈະ​ມີ​ຜົນ​ດີ​ຕໍ່​ສະພາບ​ການ​ດັ່ງກ່າວ ​ເຊິ່ງຈະ​ຊຸກຍູ້​ຂະ​ບວນການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີ​ໂດຍ​ສັນຕິ. ຈີນ​ຫວັງ​ວ່າອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີ​ຈະ​ຖື​ໂອກາດ​ນີ້​ຈັດການ​ເຈລະຈາ​ຢ່າງ​ຕັ້ງໜ້າ​ ​ເພື່ອ​ຮັກສາສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ