ສະພາກາ​ແດງ​ຈີນ​ມອບ​ເງິນ 1 ລ້ານ​ຢວນ​ໃຫ້​ເຂດ​ປະສົບ​ແຜ່ນດິນ​ໄຫວ​ເມືອງ​ຮ່ວາ​ລຽນ​ໄຕ້ຫວັນ
2018-02-08 17:49:27  cri 
ວັນ​ທີ 6 ກຸ​ມພາ​ນີ້, ​​ເມືອງ​ຮ່ວາ​ລຽນ​ໄຕ້ຫວັນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຢ່າງ​ຮຸນ​ແຮງ. ວັນ​ທີ 7 ກຸມພາ​ນີ້, ສະພາກາ​ແດງ​ຈີນ​ໄດ້ມອບ​ເງິນ 1 ລ້ານ​ຢວນ​ໃຫ້​ອົງການ​ກາ​ແດງໄຕ້​ຫວັນ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ປະສົບ​ໄພ.

ຕອນກາງຄືນວັນ​ທີ 6 ກຸມພາ​ນີ້, ຢູ່​ເຂດທະ​ເລ​ໃກ້​ກັບ​ເມືອງ​ຮ່ວາ​ລຽນ​ໄຕ້​ຫວັນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,5 ລິກ​ເຕີ ​​ເຮັດ​​ໃຫ້​ມີ​ຜູ້​ເສຍ​ຊີວິດ, ບາດ​ເຈັບ ​ແລະ​ຊັບ​ສິນ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍ. ພາຍຫຼັງ​ເກີດ​ເຫດ​ການ​ດັ່ງກ່າວ, ສະພາກາ​ແດງ​ຈີນ​ໄດ້​​​ໂທ​ຫາອົງການ​ກາ​ແດງ​ໄຕ້​ຫວັນທັນທີ ​ເພື່ອຮັບ​ຮູ້​ສະພາບ​ການ​​ທີ່​ເກີດ​ຂຶ້ນ ​ແລະ​ຢ້ຽມຢາມ​ຖາມ​ຂ່າວ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທີ່​ປະສົບ​ໄພ. ​ເຈົ້າ​ໜ້າ​ທີ່​ສະພາກາ​​ແດງ​ຈີນ​ກ່າວ​ວ່າ: ​ເພື່ອ​ສະໜັບສະໜູນ​ວຽກ​ງານ​ຊ່ວຍ​ເຫຼືອ​ຂອງ​ອົງການ​ກາ​ແດງ​ໄຕ້​ຫວັນ, ສະພາ​ຕົນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຕິດຕາມສະພາບ​ການ​​ທີ່​ເກີດ​ຂຶ້ນ ​ແລະ​ຄວາມ​ຄືບ​ໜ້າ​ໃນການ​ຊ່ວຍ​ເຫຼືອ, ​ແລະ​ຍັງ​ໄດ້​ກະກຽມ​ສົ່ງ​ໜ່ວຍ​ງານ​ຊ່ວຍ​ເຫຼືອ​ໄປ​ໄຕ້ຫວັນ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​​ທຸກເວລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ