ປີ 2017 ຍອດ​ມູນ​ຄ່າ​ການ​ຄ້າ​​ຂ້າມ​ຊາດຂາຍ​ຍ່ອຍ​​ສິນ​ຄ້າທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ເພີ່ມ​ຂຶ້ນຫຼາຍກວ່າ 80%
2018-02-09 14:36:52  cri 

ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ຢູກວາງ​ໂຈ່ວ ປະ​ທານ​ກົມ​​ໃຫຍ່​ພາ​ສີ​ຈີນ​ເປີດ​ເຜີຍ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ: ປີ 2017 ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ຂ້າມ​ຊາດ​ຂາຍ​ຍ່ອຍ​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດ​ທີ່​ຜ່ານ​ຈາກ​ເວັບ​ໄຊ​ຄຸ້ມ​ຄອງການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາດ​​ດ່ານ​ພາ​ສີ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 90 ຕື້ 240 ລ້ານ​ຢວນ ເພີ່ມ​ຂຶ້ນຫຼາຍກວ່າ 80% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2016.

ທ່ານ​ຢູກວາງ​ໂຈ່ວ​ໄດ້​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ດ່ານ​ພາ​ສີ​ໂລກ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 9 ກຸມ​ພາ​ນີ້​ວ່າ: ປີ 2017 ຜ່ານ​ມາ, ​ຈີນ​ໄດ້​ສົ່ງ​ອອກ​ສິນ​ຄ້າ​ຜ່ານ​ທາງ​ເວັບ​ໄຊ​ຄຸ້ມ​ຄອງ​ການ​ຄ້າ​ເອ​ເລັກ​ໂຕ​​ຣນິກຂ້າມ​ຊາດ​ດ່ານ​ພາ​ສີເຖິງ 33 ຕື້ 650 ລ້ານ​ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ 40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016, ນຳ​ເຂົ້າ​ເຖິງ 56 ຕື້ 590 ລ້ານ​ຢວນ ເພີ່ມ​ຂຶ້ນກວ່າ 1 ເທົ່າ. ປັດ​ຈຸ​ບັນ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ຂອງ​ຈີນ​ໄດ້​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ທ່າ​ອ່ຽງ​ການ​ບໍ​ລິ​ໂພກ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ ເຮັດ​ໃຫ້ ການ​ຊື້ສິນ​ຄ້າ​ຈາກທົ່ວ​ໂລກ​ແລະ​​ການ​ຂາຍ​ສິນ​ຄ້າ​ໄປ​ທົ່ວ​ໂລກ​ປາ​ກົດ​ຜົນ​ເປັນ​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ