ຈີນ​ຈະ​ພະ​ຍາ​ຍາມ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ
2018-02-09 15:58:08  cri 
ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ຢູກວາງ​ໂຈ່ວ ປະ​ທານ​ກົມ​​ໃຫຍ່​ພາ​ສີ​ຈີນ​ເປີດ​ເຜີຍ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ:​ຈີນ​ຈະ​ພະ​ຍາ​ຍາມ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ໃນ​ການ​ສ້າງ​ກົດ​ລະ​ບຽບ,ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ດ້ານ​ອື່ນໆ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ທ່ານ​ຢູກວາງ​ໂຈ່ວ​ຢືນ​ຢັນ​ວ່​າ: ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ເປັນ​ຂົວ​ຕໍ່​ເຊື່ອມ​ໂຍງ​ການ​ບໍ​ລິ​ໂພກ​ແລະ​ການ​ການ​ຜະ​ລິດ​ໃນ​ທົ່ວ​ໂລກ ທັງ​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ທັບ​ມ້າງ​ລັດ​ທິ​ປົກ​ປ້ອງ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ແລະ​ສະ​ດວກ​ຂຶ້ນ. ປັດ​ຈຸ​ບັນ, ຈີນ​ກຳ​ລັງ​ຮ່ວມ​ກັບ​ສະ​ມາ​ຊິກ​ອື່ນໆ​ຂອງ​ອົງ​ການ​ດ່ານ​ພາ​ສີ​ໂລກ​ຄົ້ນ​ຄວ້າ​ແລະ​ສ້າງ​ຂອບ​ມາດ​ຕະ​ຖານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ, ປັບ​ປຸງກົດ​ລະ​ບຽບ​​ຂອງການ​ຕິດ​ຕາມ​ຄຸ້ມ​ຄອງ​ແລະ​ແຜນ​ງານ​ທີ່​ສ​າ​ມາດ​ເຜີຍ​ແຜ່​ນຳ​ໃຊ້​ຢ່າງກວ້າງ​ຂວາງ​ໄດ້​ນັ້ນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ. ນອກ​ນີ້,ຈີນ​ຍັງ​ຈະ​ຊຸກ​ຍູ້​ດ່ານ​ພາ​ສີ​ຕ່າງໆ​ໃນ​ໂລກ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ,ຮັບ​ຮອງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ເຊິ່ງ​ກັນ​ແລະ​ກັນ, ຊ່ວຍ​ເຫຼືອ​ກັນ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ຂົງ​ເຂດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ ແລະ​ສ້າງ​ຕັ້ງ​ກົນ​ໄກ​ປະ​ສານ​ງານກວມ​ລວມ​ທີ່​ມີ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ນຳ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ