ປະທານາທິບໍດີ ສ.​ເກົາຫຼີ ຈະ​ພົບ​ປະ​ຄະນະ​ຜູ້​ແທນ​ຂັ້ນສູງ ສປປ ​ເກົາຫຼີ
2018-02-09 11:10:06  cri 

ທຳນຽບປະທານາທິບໍດີຊົງວາ​​ແດ ສ.​ເ​ກົາຫຼີ ປະກາດ​ໃນ​ວັນ​ທີ 8 ກຸມພາ​ນີ້​ວ່າ: ທ່ານມູນ​ເຈ​ອິນ ປະທານາທິບໍດີ ສ.​ເກົາຫຼີ ຈະ​ພົບ​ປະ​ກັບ​ທ່ານ​ກິມຢົງ​ນາມ ປະທານ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດຜູ້ປະຈຳການ ສປປ ​ເກົາຫຼີ ​ໂອກາດ​ເດີນທາງ​ຢ້ຽມຢາມ ສ.​ເກົາຫຼີ ​ໃນ​ວັນ​ທີ 10 ກຸມພາ​ນີ້ ​ແລະ​ຮັບ​ປະທານ​ອາຫານ​ທ່ຽງ​ຮ່ວມ​ກັນ.

ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ ລາຍ​ງານ​ໃນ​ວັນ​ທີ 5 ກຸມພາ​ນີ້​ວ່າ: ທ່ານ​ກິມຢົງ​ນາມ ຈະ​ນຳພາ​ຄະນະ​ຜູ້​ແທນ​ຂັ້ນສູງ ສປປ ​ເກົາຫຼີ ​ເດີນທາງ​ຢ້ຽມຢາມ ສ.​ເກົາຫຼີ ​ແລະ​ເຂົ້າຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ພຽງ​ຊາງ. ຂະນະ​ທີ່​​ແຫຼ່ງຂ່າວ​ຈາກກະຊວງ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ສະມາຊິກ​ຄະນະ​ຜູ້​ແທນ​ດັ່ງ​ກ່າວ​ລວມມີ​ທ່ານ​ກິມ​ໂຢຈົງ ຮອງ​ຫົວໜ້າ​ຜູ້​ທີ 1 ຄະນະ​ກຳມະການ​ສູນ​ກາງ​ພັກ​​ແຮງ​ງານ, ທ່ານ​ໂຊ​ວີ ປະທານ​ຄະນະ​ກຳມະການ​ຊີ້​ນຳ​ການ​ກິລາ​ແຫ່ງ​ຊາດ​ ແລະທ່ານຣີ​ໂຊນ​ໂວ​ນ ປະທານ​ຄະນະ​ກຳມະການ​ທ້ອນ​ໂຮມ​ປະ​ເທດຊາດ​ເຂົ້າ​ເປັນ​ເອກະ​ພາບ ຂອງ ສປປ ​ເກົາຫຼີ.

ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງທີ 23 ຈະ​ຈັດ​ຂຶ້ນຢູ່ພຽງ​ຊາງ ສ.​ເກົາຫຼີ​ແຕ່​ວັນ​ທີ 9-25 ກຸມພາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ