ການ​ເຈ​ລະ​ຈາ​ກ່ຽວ​ກັບ​ແຫຼມ​ເກົາ​ຫຼີຈະ​​ເປີດ​ຄືນ​ໃໝ່​ຢ່າງ​ແນ່ນອນ
2018-02-09 15:31:32  cri 
ວັນ​ທີ 8 ກຸມ​ພາ​ນີ້​ພາຍ​ຫຼັງ​ຈັດ​ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຄັ້ງ​ທີ 7 ລະ​ຫວ່າງ​ຈີນ-ສະ​ຫະ​ພາບ​ອາ​ຟ​ຣິ​ກາຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ມູ​ຊາ ຟາ​ກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ໄດ້​ຮ່ວມ​ກັນ​ພົບ​ປະ​ກັບ​ນັກ​ຂ່າວ.

ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ສະ​ຖາ​ນະ​ການ​​ຢູ່ແຫຼມ​ເກົາ​ຫຼີ, ທ່ານວາງ​ຢີ້​ກ່າວ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ສປ​ປ ເກົາ​ຫຼີ​ແລະ​ສ ເກົາ​ຫຼີ​ໄດ້​​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ, ໃນ​ຖາ​ນະ​ເປັນ​ປະ​ເທດ​ໃກ້​ຄຽງ​ໃຫຍ່​ທີ່​ສຸດ​ຂອງ​ແຫຼມ​ເກົາ​ຫຼີ, ຈີນ ​ສະ​ໜັບ​ສະ​ໜູນ​ຕໍ່​ເລື່ອງ​ນີ້ຢ່າງ​ຈິງ​ໃຈ​ທີ່​ສຸດ.

ທ່ານ​ຫວາງ​ຢີ້​ ກ່າວ​ຕື່ມ​ວ່າ, ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເຂັ້ມ​ງວດ, ຢຸດ​ການ​ກະ​ທຳ​ໃດໆ​ທີ່​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ຮຸນ​ແຮງ​ຂຶ້ນ​ເປັນ​ການ​ຊົ່ວ​ຄາວ, ຮັກ​ສາ​​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ຢ່າງ​ສຸດ​ຂີດ, ຮ່ວມ​ກັນ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​​ການເປີດ​ການເຈ​ລະ​ຈາ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ