ລັດ​ຖະ​ບານ​ໄທ​ອະ​ນຸ​ມັດ​ໂຄງ​ການ​ແລວ​ທາງ​ໝາກ​ໄມ້​ທາງ​ພາ​ກ​ຕາ​ເວັນ​ອອກ​ເພື່ອ​ສ້າງສູນ​ຄ້າ​ຂາຍ​ໝາກ​ໄມ້​ໂລກ
2018-02-09 17:16:29  cri 
ກອງ​ປະ​ຊຸມ​ລັດ​ຖະ​ບານ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ຈັນທະ​ບູ​ລີ​ຂອງ​ໄທ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ກອ​ງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ອະ​ນຸ​ມັດ​ແຜນ​ການ​ຍຸດ​ທະ​ສາດ​ໂຮມ​ສູນ​ໝາກ​ໄມ້, ​ວາງ​ເປົ້າ​ໝາຍ​ທີ່​ສ້າງ​ປະ​ເທດ​ໄທ​ເປັນ​ປະ​ເທດ​​ໃຫຍ່​ດ້ານ​ການຊື້​ຂາຍ​ໝາກ​ໄມ້​ເຂດ​ຮ້ອນ​ຂອງ​ໂລກ, ແລະ​ໄດ້​ຜ່ານການ​ຮັບ​ຮອງ​ໂຄງ​ການ​ແລວ​ທາງ​ໝາກ​ໄມ້​​ທາງພາກ​ຕາ​ເວັນ​ອອກ​ຫຼື EEC.

ທ່ານ​ສົນ​ທິ​ຣັດ ສົນ​ທິ​ຈິ​ຣະ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ໄທ​ກ່າວ​ວ່າ, ກອງ​ປະ​ຊຸມ​ລັດ​ຖະ​ບານ​ຄັ້ງ​ນີ້​ໄດ້​ຜ່ານ​ມະ​ຕິ​ທີ່​ສະ​ເໜີ​ໂດຍ​ກະ​ຊວງ​ຕົນ, ເພື່ອ​ຊຸກ​ຍູ້​ໃຫ້​ປະ​ເທດ​ຕົນ​ກາຍ​ເປັນ​ປະ​ເທດ​​ໃຫຍ່​ດ້ານ​ການຊື້​ຂາຍ​ໝາກ​ໄມ້​ເຂດ​ຮ້ອນ​, ພັດ​ທະ​ນາ​ຂະ​ແໜງ​ການ​ຜະ​ລິດ​ແລະ​ປຸງ​ແຕ່ງ​ໝາກ​ໄມ້, ຂະ​ນະ​ດຽວ​ກັນ​ຊຸກ​ຍູ້​ໃຫ້​ມາດ​ຕະ​ຖານ​ຄຸນ​ນະ​ພາບ​ຂອງ​ຕົນ​ໄດ້​ຮັບ​ຄວາມ​ເຫັນ​ພ້ອມ​ຈາກ​ສາ​ກົນ, ແລະ​ເຮັດ​ໃຫ້​ລາ​ຄາ​ໝາກ​ໄມ້​ທີ່​ມີ​ຄຸນ​ນະ​ພາບ​ດີ​ທີ່​ສຸດ​ສາ​ມາດ​ສູງ​ຂຶ້ນ 10 – 20%, ສ້າງ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ​ຂອງ​ໄທ, ທັງ​ອອກ​ແຮງ​ໂຄ​ສະ​ນາ​ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ, ຊຸກ​ຍູ້​ການ​ບໍ​ລິ​ໂພກ​ ​ໝາກ​ໄມ້, ພະ​ຍາ​ຍາມ​ເຮັດ​ໃຫ້​ໝາກ​ໄມ້​ຂອງ​ໄທ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຕະ​ຫຼາດ​ສ​າ​ກົນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ