ປະຊາຊົນ​​ເຜົ່າ​ຖູ​​ແຂວງ​ຊີ່ງ​ໄຫ​ຈັດການ​ແຂ່ງຂັນ "ດ້າວ​ລ່າ"
2018-02-09 17:41:12  cri 

ວັນ​ທີ 8 ກຸມພາ​ນີ້, ຊາວ​​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ຮູ​ຍ ​ແລະ​​ເຜົ່າ​ຖູມິນ​ເຮີ​ແຂວງ​ຊີ່ງ​ໄຫສປ ຈີນ​ໄດ້​ນຸ່ງ​ຊຸດ​ສວຍ​ງາມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ "ດ້າວ​ລ່າ"  ​ເພື່ອ​ສະ​ແດງ​ວັດທະນະທຳ "ດ້າວ​ລ່າ" ດ້ວຍ​ຫຼາຍ​ຮູບ​ຫຼາຍ​ສີ ​ແລະ​ເພື່ອ​ສືບ​ທອດປະ​ເພນີ "ດ້າວ​ລ່າ" ທີ່​​ເປັນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ. ​ແຂວງ​ຊີ່ງ​ໄຫ​ເປັນ​ເຂດ​ເຕົ້າ​ໂຮມຫຼັກ​ຂອງ​​ເຜົ່າ​ຖູ ​ເພາະວ່າປະຊາຊົນ​ເຜົ່າ​ຖູ​ອາ​ໄສ​ຢູ່ບ່ອນ​ນີ້ກວມ​​ເຖິງ 85%. "ດ້າວ​ລ່າ" ​ແມ່ນ​ພາສາ​ເຜົ່າ​ຖູໝາຍ​ຄວາມ​ວ່າ "ຮ້ອງ​ເພງ" ທີ່​ສະ​ແດງ​ໃນ​ພິທີ​ແຕ່ງດອງ​ ​ເຊິ່ງ​ເປັນ​ເພງພິ​ເສດ​​ໃນ​ງານ​ລ້ຽງຂອງ​ຊົນເຜົ່າ​ຖູ ​ແລະ​ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ວັດທະນະທຳ​ທີ່​ບໍ່​​ແມ່ນ​ວັດຖຸ​ຂອງ​ແຂວງ​ຊີ່ງ​ໄຫ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ