ກຳ​ປູ​ເຈຍ​ເລີ່ມ​ສ້າງ​ບັນ​ຍາ​ກາດ​ໃຫ້​ແກ່​ການ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ສູງ​ຊຸດ​ທີ 4
2018-02-10 14:46:08  cri 
ຕາມ​ຂ່າວ CRI: ການ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ສະ​ພາ​ສູງ​ຊຸດ​ທີ 4 ຂອງ​ກຳ​ປູ​ເຈ​ຍ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 10 ກຸມ​ພານີ້​ເປັນ​ຕົ້ນ​ໄປ, ພັກ​ການ​ເມືອງ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ນັ້ນ​ຈະ​ແຂ່ງ​ຂັນ​ເອົາ​ສຽງ​ສະ​ໜັບ​ສະ​ໜຸນ​ໂດຍ​ຜ່ານ​ສື່ມວນ​ຊົນ​ລະ​ດັບ​ຊາດ. ທ່ານ​ຮຸນ​ແຊນ ປະ​ທານ​ພັກ​ປະ​ຊາ​ຊົນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ ຈະ​ບໍ່​ສະ​ແດງ​ທ່າ​ທີ​ໃດໆ​ຕໍ່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ຕົນ​ເອງ ແລະທ່ານ​ໄດ້​ແຈ້ງ​ຕໍ່​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາ​​ດແລ້ວ​ວ່າ ໃນ​ໄລ​ຍະ​ໂຄ​ສະ​ນາ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ ທ່ານ​ຈະ​ສືບ​ຕໍ່​ລົງ​ຮາກ​ຖານ​ໄປ​ຢື້​ຢາມ​ຖາມ​ຂ່າວ​ກຳ​ມະ​ກອນ​ໃນ​ທົ່ວ​ປະ​ເທດ​ໃນ​ນາມ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ຕາມ​ຂ່າວ​ຈາກ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ແຈ້ງວ່າ, ເວ​ລາ​ໂຄ​ສະ​ນາ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ສະ​ພາ​ສູງ​ຊຸດນີ້​ຈະ​ຈາກວັນ​ທີ 10-23 ກຸມ​ພານີ້.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ກ່າວ​ວ່າ, ເພື່ອສ​ະ​ແດງ​ໃຫ້​ເຫັນ​ເຖິງ​ອິ​ສະ​ຫຼະພາບ, ຄວາມ​ຍຸດ​ຕິທຳ​ແລະ​ຄວາມ​ໂປ່ງ​ໃສ​ຂອການ​ເລື​ອອກ​ຕັ້ງ, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ເວ​ລາ​ໂຄ​ສະ​ນາ​ໃຫ້​ແກ່​ພັກ​ການ​ເມືອງ​ຕ່າງໆ​ທີ່​ຈະ​ໂຄ​ສະ​ນາ​ຕົນ​ເອງ​ໂດຍ​ຜ່ານ​ສື່ມວນ​ຊົນ​ລະ​ດັບ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ