"ທາງລົດໄຟລາວ-ຈີນໄດ້ນໍາຄວາມຫວັງໃຫມ່ມາໃຫ້ພວກເຮົາ"--ສຳ​ພາດປະຊາຊົນຢູ່​ຕາມເສັ້ນ​ທາງລົດໄຟຕອນ​ທີ່ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 5 ສ​ປ ຈີນຈຳ​ກັດກໍ່​ສ້າງ
2018-02-10 17:12:54  cri 



(ສະ​ຖານ​ທີ່​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ)





ເນື່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ ບຸນ​ປະ​ເພ​ນີ​ຂອງ​ຈີນ​ໃກ້​ຈະ​ວຽນ​ມາ​ເຖິງ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 5 ສ​ປ ຈີນຈຳ​ກັດ ຈະ​
ມີ​ພະ​ນັກ​ງານ 400 ກວ່າ​ຄົນ​ສືບ​ຕໍ່​ເຮັດ​ວຽກ​ຕາມ​ໜ້າ​ທີ່​ຂອງ​ຕົນ.

"ໃນ​ເວ​ລາ​ນັກ​ຂ່າວ​ຖາມ​ເຂົາ​ເຈົ້າ​ວ່າ​ມີ​ຫຍັງ​ຈະ​ເວົ້າ​ກັບກຳ​ມະ​ກອນ​ຄົນ​ຈີນ​ທີ່ເຮັດ​ວຽກ​ຢູ່ນີ້​ບໍ,, ທ້າວ​ວິ​ໄຊ​ກໍ່​ເວົ້າ​ດ້ວຍ​ສຽງ
​ດັງ​ວ່າ: ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 5 ຂອງ​ຈີນ​ແມ່ນ​ວິ​ສາ​ຫະ​ກິດ​ທີ່​ມີ​ຊື​ສຽງ ແມ່ນ​ກຸ່ມ​ກໍ່​ສ້າງ​ທີ່​ແຂງ​ແກ່ນ, ຂ້າ​ພະ​ເຈົ້າ​ຂໍ​ຂອບ​
ໃຈ​ຢ່າງ​ຍິ່ງ​ຕໍ່​ທາງ​ບໍ​ລິ​ສັດໃຫ້​ໂອ​ກາດ​ແກ່​ຂ້າ​ພະ​ເຈົ້າ​ເຂົ້າ​ມາ​ເຮັດ​ວຽກ​ຢູ່ນີ້, ຂໍ​ອວຍ​ໄຊ​ໃຫ້​ພອນ​ມາ​ຍັງ​ບໍ​ລິ​ສັດ​ຈົ່ງ​ມີ​ຄວາມ​ຈະ
​ເລີນຄວາມ​ພັດ​ທະ​ນາ, ອວຍ​ພອນ​ມາ​ຍັງ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ​ມົດ​ທຸກ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ກັບ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​
ບໍ່​ເຕນ-ວຽງ​ຈັນຊ່ວງ​ສັນ​ຍາ I ສຸກ​ສັນ​ປີ​ໃໝ່​ຈີນ!"

;"ຂ້ອຍ​ຢາກ​ຂອບ​ໃຈ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 5 ຈີນ ຈຳ​ກັດ​ທີ່​ເຂົ້າ​ມາ​ກ່ຳ​ງ​ເສັ້ນ​ທາງ​ລົດ​ໄຟ​ຢູ່​ລາວ, ຫາກມື້​ໃດ​ທາງ​ລົດ
​ໄຟ​ສ້າງ​ສຳ​ເລັດ​ແລ້ວ ຂ້ອຍ​ຈະ​ຂີ່​ລົດ​ໄຟ​ໄປ​ທ່ຽວ​ຢູ່​ຈີນ." ເອື້ອຍ​ນາງ​ທັງ​ເວົ້າ​ທັງ​ດີ​ໃຈ​ຈົນ​ຫົວ​ຂຶ້ນ.

ອ້າຍ​ຫຼ້າ​ເວົ້າ​ວ່າ: "ຂ້ອຍ​ຢາກ​ໄປ​ຫຼິ້ນ​ບຸນ​ປີ​ໃໝ່​ຈີນ​ນຳ​ໝູ່​ເພື່ອນ​ຄົນ​ຈີນ​ເດ່!"


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ