ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ
2018-02-10 17:35:00  cri 
ສຳ​ນັກ​ຂ່າວ​ສານ​ສູນ​ກາງຂອງ ສ​ປ​ປ ເກົາ​ຫຼີ ລາຍ​ງານ​ໃນ​ວັນ​ທີ 10 ກຸມ​ພາ​ນີ້​ວ່າ: ວັນ​ທີ 9 ກຸມ​ພາ​ນີ້, ທ່ານ ກິມ​ໂຢງ​ນາມ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ ທີ່ນຳ​ພາ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ໄປ​ຢ້ຽມ​ຢາມ ສ.ເກົາ​ຫຼີ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ​ໃນ​ເວ​ລາ​ທີ່​ເຂົ້າ​ຮ່ວມ​ກິດ​ຈະກຳທີ່​ກ່ຽວ​ຂ້ອງ.

ຂ່າວ​ແຈ້ງວ່າ: ການ​ພົບ​ປະ​ດັ່ງ​ກ່າວຈັດ​ຂຶ້ນ​ກ່ອນ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ, ສອງ​ຝ່າຍ​ໄດ້​ຢື້​ຢາມ​ຖາມ​ຂ່າວ​ຢ່າງສະ​ໜິດ​ສະ​ໜົມ​ກັນ​ແລະ​ຖ່າຍ​ຮູບ​ເປັນ​ທີ່​ລະ​ລຶກ.

ວັນ​ທີ 9 ກຸມ​ພາ​ນີ້, ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ ສ​ປ​ປ ເກົາ​ຫຼີ ໄດ້​ເດີນ​ທາງ​ໄປ​ຮອດ​ສະ​ໜາມ​ບິນ​ເຊ​ອູນ​ຂອງ ສ.ເກົາ​ຫຼີ ໂດຍ​ຍົນ​ພິ​ເສດ,ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ