ຜູ້​ນຳ​ສ.ເກົາ​ຫຼີ-ຍີ່​ປຸ່ນມີ​ຂໍ້​ຂັດ​ແຍ່ງ​​ກັນກ່ຽວ​ກັນ​ສັນ​ຍາ"ນາງ​ບຳ​ເລີ​ງກອງ​ທະ​ຫານ"
2018-02-10 15:35:09  cri 

ວັນ​ທີ 9 ກຸ​ມ​ພາ​ນີ້, ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ​ຊິນ​ໂຈ ອາ​ເບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ທີ່​ໄປ​ຢາມ, ທ່ານ​ມູນ​​ເ​ຈ​ອິນ ປະ​ທານ​າ​ທິ​ບໍ​ດີ​ສ.ເກົາ​ຫຼີ​ກ່າວ​ວ່າ, "ນາງ​ບຳ​ເລີງກອງ​ທະ​ຫານ"​ທີ່ປະ​ສົບ​ເຄາະ​ຮ້າຍ ແລະ ປະ​ຊາ​ຊົນ​ສ.ເກົາ​ຫຼີ​​ຈະຮັບ​ຮອງສັນ​ຍາ​ກ່ຽວ​ກັບ"ນາງ​ບຳ​ເລີ​ງກອງ​ທະ​ຫານ"ລະ​ຫວ່າງ​ສ.ເກົາ​ຫຼີ ກັບ ຍີ່​ປຸ່ນ​ບໍ່​ໄດ້​.

ຂ່າວ​ແຈ້ງວ່າ, ໃນ​ເວ​ລາ​ເຈ​ລະ​ຈາ, ທ່ານ​ຊິນ​ໂຈ ອາ​ເບ​ກ່າວ​ວ່າ, ສັນ​ຍາກ່ຽວ​ກັບ "ນາງ​ບຳ​ເລີ​ງ" ທີ່​ເຊັນ​ກັນ​ປີ 2015 ແມ່ນ​ສັນ​ຍາ​ລະ​ຫວ່າງ​ປະ​ເທດ ກັບ​ປະ​ເທດ, ການພັດ​ປ່ຽນ​ກັນ​ຂອງ​ລັດ​ຖະ​ບານ​ບໍ່​ຄວນ​ທະ​ທົບ​​ເຖິງການ​ປະ​ຕິ​ບັດ​ສັນ​ຍາ​.

ທ່ານ​ມູນ​​ເຈ​ອິນ​ກ່າ​ວວ່າ, ຫຼັງ​ຈາກ​ລັດ​ຖະ​ບານ​ຊຸດ​ເກົ່າ​ເຊັນ​ສັນ​ຍາ​ແລ້ວ, "ນາງ​ບຳ​ເລີງ" ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ປະ​ຊາ​ຊົນ​ສ.ເກົາ​ຫຼີ​ບໍ່​ສາ​ມາດ​ຮັບ​ຮອງ​ເນື້ອ​ໃນ​ສັນ​ຍາ​ບໍ່​ໄດ້. ຖ້າ​ຢາ​ກ​ແກ້​ໄຂ​ບັນ​ຫາ "ນາງ​ບຳ​ເລີງ" ຢ່າງ​ແທ້​ຈິງ, ຄວນ​ຟື້ນ​ຟູກິ​ຕິ​ມະ​ສັກ ແລະ ​ກຽດ​ສັກ​ສີ​ຂອງ​ຜູ້​ທີ່ປະ​ສົບ​ເຄາະ​ຮ້າຍ, ປົວ​ປຸມ​ດ້ວຍທາງ​ຈິດ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ, ​ສະ​ນັ້ນ, ລັດ​ຖະ​ບານ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມເພື່ອເລື່ອງ​ນີ້.

ໃນ​ເວ​ລາ​ເວົ້າ​ເຖິງ​ບັນ​ຫາ​ການ​ພົວ​ພັນ​ເໜືອ​ໃຕ້​ ແລະ ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ, ທ່ານ​ມູນ​​ເຈ​ອິນ​ກ່າວ​ວ່າ, ການ​ປັບ​ປຸງ​ການ​ພົວ​ພັນ​ເໜືອ​ໃຕ້ ແລະ ການ​ສົນ​ທະ​ນາລະ​ຫວ່າງ​ເໜືອ​ໃຕ້​ຄວນ​ມຸ່ງ​ໜ້າ​ໄປ​ສູ່​​ການປາ​ສະ​ຈາກ​ນິວ​ເຄຼຍຢູ່​ແຫຼມ​ເກົາ​ຫຼີ​ໃນ​ທີ່​ສຸດ. ເພືື່ອ​ສ້າງ​ບັນ​ຍາກາດ​ແບບ​ນີ້, ຫວັງວ່າ​ຍີ່​ປຸ່ນ​​ຈົ່ງຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ