ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍນອນ​ໂຮງ​ໝໍ​ຍ້ອນ​ປອດ​ອັກ​ເສບ
2018-02-11 16:50:12  cri 
ຕອນ​ຄ່ຳ​ວັນ​ທີ 9 ກຸມ​ພາ​ນີ້, ທ່ານ ເຊ​ຣີ ມາ​ຮາ​ເທຍ ບິນ ໂມ​ຮາ​ມັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ນອນ​ໂຮງ​ໝໍ​ຍ້ອນການ​ໄອ້​ຫຼາຍ.ຈົນ​ເຮັດໃຫ້​ປອດ​ອັກ​ເສບ.

ສູນ​ຫົວ​ໃຈ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 10 ກຸມ​ພາ​ນີ້​ໂດຍ​ກ່າວ​ວ່າ: ປັດ​ຈຸ​ບັນ, ທ່ານ ມາ​ຮາ​ເທຍ ໄດ້​ນອນ​ຫ້ອງ​ຄົນ​ເຈັບທຳ​ມະ​ດາ ເພື່ອຮັບ​ການ​ປິ່ນ​ປົວອາ​ການ​ປອດອັກ​ເສບ​ຍ້ອນ​ການ​ໄອ້​. ຖະ​ແຫຼງ​ການ​ກ່າວ​ວ່າ: ທ່ານ ມາ​ຮາ​ເທຍ ຈະ​ຕ້ອງ​ນອນ​ໂຮງ​ໝໍ​ເປັນ​ເວ​ລາ​ຫຼາຍ​ມື້​ເພື່ອ​ຕິດ​ຕາມ​ອາ​ການ​ຕື່ມ​ອີກ.

ທ່ານ ເຊ​ຣີ ມາ​ຮາເທຍ ບິນ ໂມ​ຮາ​ມັດ ປະ​ທານ​ພັກ Bersatu ຂອງ​ມາ​ເລ​ເຊຍ​ໄດ້​ຕົກ​ລົງຈະ​ໄປ​ເມືອງ​ເບັນ​ຕົງໃນ​ວັນ​ທີ 10 ກຸມ​ພາ​ນີ້,ແຕ່​ຍ້ອນ​ບໍ່​ສະບາຍ,ຈຶ່ງ​ໄດ້​ຍົກ​ເລີກການ​ເດີ​ນ​ທາງຢ່າງ​ກະ​ທັນ​ຫັນ​ຕາມ​​ຄຳ​ແນະ​ນຳຂອງ​ທ່ານ​ໝໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ